Home ຂ່າວພາຍໃນ 6 ເດືອນຕົ້ນປີ ເມືອງປາກລາຍ ຈັດເກັບລາຍຮັບໄດ້ 5,6 ຕື້ກວ່າກີບ

6 ເດືອນຕົ້ນປີ ເມືອງປາກລາຍ ຈັດເກັບລາຍຮັບໄດ້ 5,6 ຕື້ກວ່າກີບ

0

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນປີ 2023 ເມືອງປາກລາຍ ໄດ້ຮັບມອບໝາຍຕົວເລກແຜນງົບປະມານ ຈາກພະແນກການເງິນ ແຂວງໄຊຍະບູລີ 8 ຕື້ກວ່າກີບ, ທຽບໃສ່ແຜນ ປີຜ່ານມາເພີ່ມຂຶ້ນ 12,10%. ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ທັງໜົດ 5,6 ຕື້ກວ່າກີບ, ທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ່ມຂຶ້ນ 37,74%. ໃນນີ້, ລາຍຮັບສ່ວຍສາອາກອນແຜນການປີ 7,8 ຕື້ກວ່າກີບ, ປະຕິບັດໄດ້ທັງໝົດ 5,5 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 38,79%, ໃນນີ້, ລາຍຮັບພາສີທີ່ດິນແຜນການ 1,8 ຕື້ກວ່າກີບ, ປະຕິບັດໄດ້ 1,5 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18,78%, ລາຍຮັບຊັບສິນແຜນການ 200 ລ້ານກີບ, ປະຕິບັດໄດ້ 124 ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 3,02%.

ທ່ານ ພຸດທະສອນ ສິດທິວົງ ຫົວໜ້າຫ້ອງການ-ການເງິນ ເມືອງປາກລາຍ ໄດ້ລາຍງານໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ 6 ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໃນວັນທີ 10 ກໍລະກົດ 2023 ນີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແມ່ນມີຄວາມຫຍຸ້ງຍາກຫລາຍດ້ານ ແຕ່ເຖິງຢ່າງໃດກໍຕາມ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກເມືອງ, ສາຍຕັ້ງຂອງແຂວງ ເຮັດໃຫ້ການຈັດຕັ້ງປະຕິບັດ ແຜນງົບປະມານ ກໍໄດ້ບັນລຸຕາມລະດັບຄາດໝາຍ, ລາຍຮັບທີ່ພົ້ນເດັ່ນ ປະກອບມີ ອາກອນລາຍໄດ້ຕ່າງໆ ປະຕິບັດໄດ້ 1 ຕື້ກວ່າກີບ, ເທົ່າກັບ 82,85%, ອາກອນມູນຄ່າເພີ່ມພາຍໃນ ປະຕິບັດໄດ້ 171 ລ້ານກວ່າກີບ, ລາຍຮັບຈາກພາສີທີ່ດິນ ປະຕິບັດໄດ້ 1,5 ຕື້ກວ່າກີບ, ລາຍຮັບວິຊາການ ປະຕິບັດໄດ້ 1,2 ຕື້ກວ່າກີບ, ລາຍຮັບເມືອງຄຸ້ມຄອງຈັດເກັບຕາມແຜນ 4,3 ຕື້ກວ່າກີບ ໃນ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ທັງໝົດ 2,7 ຕື້ກວ່າກີບ ເທົ່າກັບ 62,03% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 40,28%.

ສໍາລັບແຜ່ນສູ້ຊົນຈັດເກັບລາຍຮັບໃນ 6 ເດືອນທ້າຍປີ ໃຫ້ໄດ້ 2,3 ຕື້ກວ່າກີບ, ປະຕິບັດໝົດປີໃຫ້ໄດ້ 8 ຕື້ກວ່າກີບ ເທົ່າກັບ 100% ຂອງແຜນການປີ. ໃນນີ້, ສ່ວຍສາອາກອນ ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 2,2 ຕື້ກວ່າກີບ, ໃນນີ້, ພາສີທີ່ດິນສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 312 ລ້ານກວ່າກີບ, ຊັບສິນ ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 75 ລ້ານກວ່າກີບ.

ຂ່າວ: ດາວປະດິດ ເສດຖາລາດ

ພາບ: ບົວໄລ ໄຊຍະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version