Home ຂ່າວພາຍໃນ ກົມຄຸ້ມຄອງການບັນຊີ ສຳເລັດຝຶກອົບຮົມວຽກງານການບັນຊີ ທ້າຍສະໄໝ

ກົມຄຸ້ມຄອງການບັນຊີ ສຳເລັດຝຶກອົບຮົມວຽກງານການບັນຊີ ທ້າຍສະໄໝ

0

ເມື່ອບໍ່ດົນມານີ້, ກົມຄຸ້ມຄອງການບັນຊີ ກະຊວງການເງິນ ຮ່ວມກັບ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ປິດຊຸດຝຶກອົບຮົມວຽກງານບັນຊີທ້າຍສະໄໝ ໃຫ້ແກ່ຄູ-ອາຈານ, ພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ ແລະ ວິສາຫະກິດບັນຊີ-ກວດສອບ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ມີຮອງຫົວໜ້າກົມຄຸ້ມຄອງການບັນຊີ, ຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຄະນະພະແນກ, ພະນັກງານກົມຄຸ້ມຄອງການບັນຊີ, ຫົວໜ້າຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຕະຫລອດໄລຍະຝຶກອົບຮົມ 5 ວັນ, ສຳມະນາກອນ ໄດ້ຮັບຟັງການນຳສະເໜີກ່ຽວກັບການບັນຊີສຳລັບໂຮງແຮມ ໂດຍໄດ້ລົງເລິກ ກ່ຽວກັບການກຳນົດຜັງບັນຊີສະເພາະ (ອີງຕາມໂຈດທີ່ຕັ້ງຂຶ້ນ), ບັນດາລາຍການເຄື່ອນໄຫວປະຈຳວັນ, ບັນດາລາຍການປັບປຸງທ້າຍສະໄໝ, ການສ້າງໃບລາຍ ງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້ານອາກອນ, ການຄິດໄລ່ ຕົວເລກເຂົ້າໃນ ໃບລາຍງານກະແສເງິນສົດ, ການສ້າງບົດອະທິບາຍຊ້ອນທ້າຍ ເອກະສານລາຍງານການເງິນ ແລະ ການນຳໃຊ້ໂປຣແກຣມບັນຊີ.

ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້, ເຫັນວ່າເປັນປະໂຫຍດທີ່ສຸດ ສຳລັບພະນັກງານບັນຊີຂອງຫົວໜ່ວຍທຸລະກິດ, ພະນັກງານບໍລິສັດບັນຊີ-ກວດສອບ, ຄູ-ອາຈານ ຂອງສະຖານບັນການເງິນ-ການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ສະຖາບັນການທະນາຄານ, ວິທະຍາໄລເຕັກນິກວຽງຈັນຮ່າໂນຍ ເພື່ອຈະນໍາເອົາໄປຜັນຂະຫຍາຍເຂົ້າສູ່ການນຳໃຊ້, ແນະນຳຢູ່ຫົວໜ່ວຍຖືບັນຊີທີ່ຕົນຮັບຜິດ ຊອບ ແລະ ການສິດສອນ; ບັນດາບົດຮຽນທີ່ໄດ້ຈາກຊຸດອົບຮົມຄັ້ງນີ້ ຍັງເປັນຄວາມຮັບຮູ້ເບື້ອງຕົ້ນ ຊຶ່ງຈະຕ້ອງໄດ້ນໍາ-ໄປສຶກສາ ແລະ ຜັນຂະຫຍາຍຕື່ມ ໃນຂະບວນການວຽກງານຕົວຈິງ ເພື່ອເຮັດໃຫ້ ການຖືບັນຊີຂອງຫົວໜ່ວຍຖືບັນຊີ, ການສິດສອນກ້າວຂຶ້ນສູ່ຄຸນນະພາບໃໝ່ ຊຶ່ງສອດຄ່ອງກັບລະ ບຽບກົດໝາຍຂອງ ສປປ ລາວ, ທັງສອດຄ່ອງກັບພາກພື້ນ ແລະ ສາກົນ; ທັງເຮັດໃຫ້ວຽກງານການບັນຊີ ຫັນເຂົ້າສູ່ການຄຸ້ມຄອງ ບົນພື້ນຖານຂໍ້ກໍານົດ ທີ່ໄດ້ລະບຸໄວ້ ໃນກົດໝາຍ ວ່າດ້ວຍການບັນຊີ (ສະບັບປັບປຸງ), ນິຕິກໍາລຸ່ມກົດໝາຍ ແລະ ເພື່ອເຮັດໃຫ້ການຖືບັນຊີ ຂອງຫົວໜ່ວຍຕ່າງໆ ທີ່ມີໜ້າທີ່ຖືບັນຊີ ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version