Home ຂ່າວກິລາ 80 ລ້ານຍັງບໍ່ພໍ ! ສະເປີ ກຽມປະຕິເສດຂໍ້ສະເໜີ ບາເຢິນ ຊື້ “ເຄນ”

80 ລ້ານຍັງບໍ່ພໍ ! ສະເປີ ກຽມປະຕິເສດຂໍ້ສະເໜີ ບາເຢິນ ຊື້ “ເຄນ”

0

Daily Mail ສື່ຂອງອັງກິດ ລາຍງານວ່າ ທັອດແນມ ຮອດສະເປີ ກຽມປະຕິເສດຂໍ້ສະເໜີ 80 ລ້ານເອີໂຣເຊິ່ງ ບາເຢິນ ມິວນິກ ຍື່ນຊື້ ແຮຣີ່ ເຄນ ເພາະຍັງກົງຕາມຈໍານວນທີ່ຕ້ອງການ.

ວັນອາທິດທີ່ຜ່ານມາ “ບາເຢິນ ມິວນິກ” ໄດ້ຍື່ນຂໍ້ສະເໜີອີກຮອບຂໍຊື້ ເຄນ ໂດຍ 3 ອາທິດກ່ອນ ຈໍານວນເງິນເລີ່ມຕົ້ນ 70 ລ້ານເອີໂຣ ໄດ້ຖືກປະຕິເສດໂດຍ ທັອດແນມ ຮອດສະເປີ ມາແລ້ວຄັ້ງໜຶ່ງ.

ຂໍ້ສະເໜີຄັ້ງໃໝ່ຂອງ ບາເຢິນ ມິວນິກ ເປັນເງິນຕົ້ນ 80 ລ້ານເອີໂຣ ບວກກັບຄ່າຕົວເພີ່ມອີກຈຳນວນໜຶ່ງ ເພື່ອນັກເຕະທີ່ເຫຼືອສັນຍາອີກ 12 ເດືອນ

ຢ່າງໃດກໍຕາມ, ບົດລາຍງານຫຼ້າສຸດຈາກສໍານັກຂ່າວອັງກິດ ລະບຸວ່າ ຈໍານວນຄ່າຕົວທີ່ທີມຍິ່ງໃຫຍ່ແຫ່ງບຸນເດສລີກາສະເໜີ ຍັງຢູ່ໄກຈາກສິ່ງທີ່ ສະເປີ ຕ້ອງການ

ກ່ອນໜ້ານີ້ເຊື່ອກັນວ່າທ່ານ ດານຽວ ເລວີ ປະທານສະເປີ ຕ້ອງການຄ່າຕົວບໍ່ຕໍ່າກວ່າລະດັບ 100 ລ້ານ ເພື່ອຍອມປ່ອຍຕົວກອງໜ້າສະໂມສອນອາຍຸ 29 ປີ ໄປ.

ແຕ່ອຸປະສັກອື່ນທີ່ ບາເຢິນ ມິວນິກ ຕ້ອງປະເຊີນຄື ທ່ານ ດາຽວ ເລວີ ມີຄວາມໂກດແຄ້ນຕໍ່ຜູ້ຈັດການ ໂທມັສ ທູເຄິນ ຕໍ່ການເຈລະຈາຢ່າງລັບໆເພື່ອຊັກຊວນ ເຄນ ຢູ່ເບື້ອງຫຼັງຂອງສະໂມສອນ.

ເຖິງວ່າຫຼາຍສື່ລະບຸວ່າ ເຄນ ໄດ້ສະແດງເຈຕະນາໃຫ້ກັບ ບາເຢິນ ມິວນິກ ວ່າ ສົນໃຈຢາກຍ້າຍໄປຮ່ວມທີມ ແຕ່ຫົວໜ້າທີມຊາດອັງກິດ ມີກຳນົດມາຫຼິ້ນອຸ່ນເຄື່ອງກ່ອນເປີດລະດູການທີ່ ສະເປີ ໃນວັນພຸດນີ້.

ບາເຢິນ ມິວນິກ ຍັງຄົງຕ້ອງການປິດຂໍ້ຕົກລົງໃຫ້ໄດ້ພາຍໃນລະດູຮ້ອນນີ້ ເນື່ອງຈາກພວກເຂົາຮູ້ດີວ່າເດືອນມັງກອນ ກຽມພ້ອມພົບການແຂ່ງຂັນໜັກ ເພາະ ເຄນ ຈະສາມາດຊອກຫາທີມຍ້າຍໄປແບບບໍ່ເສຍຄ່າໄດ້ລ່ວງຫນ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version