Home ຂ່າວການເມືອງ ສສຊ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ

ສສຊ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ

0

ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ແລກປ່ຽນຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ (ສ້າງໃໝ່) ປະກອບ 11 ພາກ, 5 ໝວດ, 72 ມາດຕາ ເຊິ່ງສະເໜີໂດຍ ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາ ຊົນ ປະຕິວັດລາວ.

ໃນໂອກາດນີ້, ບັນດາສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາ ຊົນບັນດາເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ ພິຈາລະນາປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ (ສ້າງໃໝ່) ຕາມການເຈາະຈີ້ມຂອງ ທ່ານປະທານກອງປະ ຊຸມ ໂດຍສະເພາະ ມາດຕາ 2 ເຍົາວະຊົນລາວ, ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບເຍົາວະຊົນລາວ, ມາດຕາ 11 ເຍົາວະຊົນລາວ ມີພອນສະຫວັນ ແລະ ຫົວຄິດປະດິດສ້າງ, ມາດຕາ 12 ເຍົາວະຊົນລາວ ປະລະການຮຽນ ແລະ ບໍ່ໄດ້ເຂົ້າໂຮງຮຽນ, ມາດຕາ 19 ການປົກປ້ອງເຍົາວະຊົນລາວ, ມາດຕາ 26 ການສົ່ງເສີມເຍົາວະຊົນລາວ ເປັນຕົ້ນ. ນອກ ຈາກນີ້, ຍັງໄດ້ສະເໜີໃຫ້ປຸງປັບບາງເນື້ອໃນ, ປ່ຽນຄຳຊັບ, ອະທິບາຍເນື້ອໃນໃຫ້ຈະແຈ້ງຂຶ້ນ, ຕັດບາງເນື້ອໃນຢູ່ບາງໝວດ, ບາງມາດຕາ; ທັງນີ້, ກໍເພື່ອເຮັດໃຫ້ມີເນື້ອໃນຄົບ ຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງເຍົາວະຊົນລາວ.

ທ່ານ ຄໍາປະສິດ ເທບວົງສາ ສສຊ ປະຈຳເຂດເລືອກຕັ້ງ ທີ 16 ແຂວງເຊກອງ ໄດ້ແລກປ່ຽນໃສ່ ມາດຕາທີ 2 ເຍົາວະ ຊົນລາວ ແມ່ນ ເດັກນ້ອຍລາວ ທີ່ມີອາຍຸແຕ່ເກົ້າປີຂຶ້ນໄປ ແຕ່ບໍ່ເຖິງ ສິບຫ້າປີ ໂດຍບໍ່ຈໍາແນກເພດ, ເຜົ່າ, ສາສະໜາ, ການເຊື່ອຖື, ຖານະທາງສັງຄົມ ແລະ ຄວາມບົກຜ່ອງທາງດ້ານຮ່າງກາຍ. ມາດຕາດັ່ງກ່າວ ຈະມີຜົນສະທ້ອນຕໍ່ກົດ ໝາຍລະບຽບການຂອງສາກົນ, ສະຫະປະຊາດ ທີ່ໄດ້ກໍານົດອາຍຸເດັກນ້ອຍ ແມ່ນ 1 ປີ ຫາ 14 ປີ, ເຍົາວະຊົນ ອາຍຸແຕ່ 15 ຫາ 24 ປີ, ສະນັ້ນ ຄວນທົບທວນຄື່ນກ່ຽວກັບການກຳນົດອາຍຸ ໃຫ້ເອກະພາບກັນຫລາຍຂະແໜງ ເຊັ່ນ: ສານປະຊາຊົນສູງສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ຄວນພິຈາລະນາກ່ຽວກັບມາດຕາ ໃດໜຶ່ງ ທີ່ເວົ້າເຖິງການອະນຸຍາດ ໃຫ້ເດັກນ້ອຍໄດ້ມີການອອກແຮງ ງານ ໄດ້ເຮັດວຽກ ເຊິ່ງກຳນົດຄວາມເໜາະສົມ ມີການກຳ ນົດເວລາເຮັດວຽກປະຈໍາອາທິດ, ປະຈຳເດືອນ ເນື່ອງຈາກວ່າ ປັດຈຸບັນ ມີຫລາຍປະເທດໃນທົ່ວໂລກ ໄດ້ກຳນົດເວລາໃນການເຮັດວຽກປະມານ 35 ຊົ່ວໂມງຕໍ່ອາທິດ; ທັງນີ້, ກໍເພື່ອໃຫ້ເຂົາເຈົ້າໄດ້ຝຶກຝົນຫລໍ່ຫລອມຕົນເອງ ແລະ ສາ ມາດປະກອບສ່ວນເພີ່ມແຮງງານໃຫ້ຫລາຍຂຶ້ນຕື່ມອີກ.

ທ່ານ ຂັນເພັດ ບຸນຕໍ່າ ສສຊ ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ເຫັນດີເປັນເອກະພາບຕໍ່ໂຄງສ້າງ ທີ່ມີເນື້ອໃນຈະແຈ້ງສົມຄວນ ແລະ ເຫັນໄດ້ຄວາມສຳຄັນຂອງເຍົາວະຊົນ ທີ່ເປັນຫນໍ່ແໜງເປັນຜູ້ສືບທອດທີ່ດີຂອງຊາດ, ເປັນອະນາຄົດຂອງຊາດ. ດັ່ງນັ້ນ, ວຽກດັ່ງກ່າວຈຶ່ງຖືເປັນຄວາມສຳຄັນ ແລະ ເປັນຍຸດທະສາດ ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດຊາດ ຖ້າເຮັດວຽກງານດັ່ງກ່າວໄດ້ດີ ປະເທດຊາດຈະພັດທະນາຂຶ້ນເລື້ອຍໆ. ພ້ອມນີ້ ຍັງສະເໜີ ໃຫ້ເບິ່ງຄືນກ່ຽວກັບ ການກຳນົດອາຍຸຂອງເຍົາວະ ຊົນລາວ ທີ່ມີອາຍຸແຕ່ 9 ປີ ຂຶ້ນໄປ ແຕ່ຢາກຫລຸດລົງມາເປັນ 6 ປີ ເນື່ອງຈາກວ່າຈະໄດ້ແທດເຫມາະ ກັບລະບົບການສຶກ ສາລາວ ທີ່ໄດ້ກຳນົດເອົາ 6 ປີເຂົ້າຮຽນຊັ້ນ ປ 1; ສະນັ້ນ, ເລີ່ມແຕ່ 6 ປີ ທີ່ຮຽນຢູ່ຊັ້ນ ປ 1 ແມ່ນສາມາດເປັນເຍົາວະ ຊົນໄດ້ ແລະ ສ່ວນອະນຸບານແມ່ນ 1-5 ປີ ຍັງເປັນໄວເດັກຢູ່ ຈຶ່ງຄວນກຳນົດເນື້ອໃນຂອງບັນດາພາກ, ໝວດ ແລະ ມາດ ຕາ ໃຫ້ສອດຄອງກັນ. ພ້ອມນີ້, ກໍມີຄຳເຫັນໃຫ້ເພີ່ມເນື້ອໃນອະທິບາຍ ຢູ່ມາດຕາ 19 ການປົກປ້ອງເຍົາວະຊົນລາວ ແມ່ນ ການນຳໃຊ້ມາດຕະການ, ວິທີການ ໃນການປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງເຍົາວະຊົນລາວ ໃຫ້ລະອຽດ ຈະແຈ້ງຂຶ້ນຕື່ມ.

ຂ່າວ: ກິດຕາ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version