Home ຂ່າວກິລາ ແມນຊີຕີ ໃກ້ທຳລາຍສະຖິຕິແຊງແມນຢູ ລາຍໄດ້ສູງເຖິງ 700 ລ້ານປອນ

ແມນຊີຕີ ໃກ້ທຳລາຍສະຖິຕິແຊງແມນຢູ ລາຍໄດ້ສູງເຖິງ 700 ລ້ານປອນ

0

ແມນເຊັສເຕີ ຊິຕີ ໝັ້ນໃຈວ່າຈະທຳລາຍກໍາແພງລາຍໄດ້ຫຼາຍກວ່າ 700 ລ້ານປອນໃນລະດູການນີ້ ແລະ ທໍາລາຍສະຖິຕິຂອງຄູ່ແຂ່ງຮ່ວມເມືອງ ຢ່າງແມນເຊສເຕີ ຢູໄນເຕັດ. ປັດຈຸບັນ ແມນເຊສເຕີ ຢູໄນເຕັດ ເປັນເຈົ້າຂອງສະຖິຕິສ້າງລາຍໄດ້ສູງສຸດໃນອັງກິດ ທີ່ 627 ລ້ານປອນ ເມື່ອລະດູການ 2018-19 ແລະ ໃນເມື່ອຕົ້ນອາທິດທີ່ຜ່ານມາ ທາງສະໂມສອນຫາກໍອອກມາປະກາດວ່າ ລາຍໄດ້ຂອງສະໂມສອນໃນລະດູການນີ້ຄາດວ່າຈະຢູ່ລະຫວ່າງ 630 – 640 ລ້ານປອນ.

ຢ່າງໃດກໍຕາມ ທາງທີມແມນຊີຕີເອງກໍອອກມາສະແດງຄວາມເຊື່ອໝັ້ນວ່າ ລາຍໄດ້ໃນປີນີ້ຈະຫຼາຍກວ່າ 700 ລ້ານປອນ ອັນເນື່ອງມາຈາກຄວາມສໍາເລັດຄັ້ງປະຫວັດສາດ ຄວ້າ 3 ແຊັມ ລາຍໄດ້ຂອງທີມແມນຊີຕີ ຈະມາຈາກການຖ່າຍທອດສົດ, ສື່, ຄ່າເຂົ້າຊົມ, ເງິນລາງວັນ ແລະ ລາຍຮັບທາງການຄ້າ ທີ່ມີທ່າອ່ຽງສູງເຖິງ 300 ລ້ານປອນ. ທັງນີ້ ຍອດຂາຍສິນຄ້າເພີ່ມສູງຂຶ້ນ 81% ໃນລະດູການ 2022-23 ໃນຂະນະທີ່ຊຸດແຂ່ງໃໝ່ທີ່ຫາກໍເປີດຕົວ ກໍມີຍອດຂາຍສູງຂຶ້ນກວ່າລະດູການທີ່ຜ່ານມາ 84% ນັບຕັ້ງແຕ່ການເປີດຕົວເມື່ອວັນທີ 19 ພຶດສະພາທີ່ຜ່ານມາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version