Home ຂ່າວພາຍໃນ ນະຄອນປາກເຊ ສຳເລັດມອບ – ຮັບ ແລະ ຕິດຕັ້ງ ລະບົບໂທລະໂຄ່ງຢູ່ 6 ບ້ານເປົ້າໝາຍ

ນະຄອນປາກເຊ ສຳເລັດມອບ – ຮັບ ແລະ ຕິດຕັ້ງ ລະບົບໂທລະໂຄ່ງຢູ່ 6 ບ້ານເປົ້າໝາຍ

0

ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນປາກເຊ ແຂວງຈຳປາສັກ ສຳເລັດການລົງມອບ-ຮັບ ແລະ ຕິດຕັ້ງລະບົບໂທລະໂຄ່ງໃຫ້ແກ່ 6 ບ້ານ ເປົ້າໝາຍຂອງໂຄງການປັບປຸງ ແລະ ຂະຫຍາຍຕ່າງໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2 ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງເຂົ້າຮ່ວມເປັນສັກຂີພິຍານໃນການມອບ-ຮັບໃນຄັ້ງນີ້ໂດຍ ທ່ານ ຄຳແທ່ນ ແມນເມືອງຄຳ ກຳມະການພັກນະຄອນປາກເຊ ຫົວໜ້າຫ້ອງການ ຖສທ ນະຄອນປາກເຊ, ພິທີມອບ-ຮັບດັ່ງກ່າວ ແມ່ນໄດຈັດຂຶ້ນທີ່ຫ້ອງການບ້ານ ຂອງ 6 ບ້ານເປົ້າໝາຍ.

ທ່ານ ຄຳແທ່ນ ແມນເມືອງຄຳ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນປາກເຊ ໄດ້ສຳເລັດການເຄື່ອນໄຫວລົງມອບ – ຮັບລະບົບໂທລະໂຄ່ງໃຫ້ແກ່ 6 ບ້ານເປົ້າໝາຍ ຊຶ່ງໃນໄລຍະໂຄງການປັບປຸງ ແລະ ຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2 ຂອງກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ປີ 2023 ນະຄອນປາກເຊແມ່ນໄດ້ຮັບລະບົບໂທລະໂຄ່ງ ຈຳນວນ 6 ຊຸດ, ມອບໃຫ້ 6 ບ້ານເປົ້າໝາຍ ໃນນັ້ນມີ ບ້ານນາຈຽງ, ບ້ານແຫ່, ບ້ານນາແຫກ, ບ້ານຄອນໄຫຼ, ບ້ານຫ້ວຍປູນ, ບ້ານ ແກ້ງຊັນ ສຳລັບເຄື່ອງທີ່ມາມອບໃນຄັ້ງນີ້ປະກອບມີເຄື່ອງຂະຫຍາຍສຽງ, ຊຸດປາກໂທລະໂຄ່ງ, ສາຍໂທລະໂຄ່ງ,ເຄື່ຶອງຮັບສັນຍານວິທະຍຸ, ຈານດາວທຽມ ຮັບສັນຍານວິທະຍຸ – ໂທລະພາບ ແລະ ອຸປະກອນເສີມອື່ນໆອີກຈໍານວນໜຶ່ງລວມທັງໝົດ 22 ລາຍການ, ໂດຍພາຍໃຕ້ໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ ໄລຍະ 2 ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໃນໂອກາດດຽວກັນນີ້, ທ່ານ ຄຳແທ່ນ ແມນເມືອງຄຳ ຕາງໜ້າໃຫ້ແກ່ອຳນາດການປົກຄອງນະຄອນປາກເຊ ແລະ ໃນ 6 ບ້ານທີ່ໄດ້ຮັບໂທລະໂຄ່ງ ຊຶ່ງທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ການນຳພັກ – ລັດຂັ້ນສູງ ເວົ້າລວມເວົ້າສະເພາະກໍຄືກະຊວງ ຖວທ – ພະແນກ ຖວທ ແຂວງຈຳປາສັກ ຍາມໃດກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວ, ຍັງເນັ້ນໃຫ້ອົງການປົກຄອງບ້ານ 6 ບ້ານໃນນະຄອນປາກເຊ ພາຍຫຼັງທີ່ໄດ້ຮັບລະບົບຊຸດໂທລະໂຄ່ງແລ້ວ ຈົ່ງໄດ້ພ້ອມກັນ ເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ-ພາບ: ຈັນທອນ ກົມໄຊຊະນະ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version