Home ຂ່າວຕ່າງປະເທດ ສາເຫດລົດໄຟຕຳກັນຢູ່ອິນເດຍ ຍ້ອນການເຊື່ອມຕໍ່ຜິດພາດລະບົບສັນຍານເອເລັກໂຕຣນິກ

ສາເຫດລົດໄຟຕຳກັນຢູ່ອິນເດຍ ຍ້ອນການເຊື່ອມຕໍ່ຜິດພາດລະບົບສັນຍານເອເລັກໂຕຣນິກ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ ໃນວັນທີ 4 ກໍລະກົດ ຄະນະກຳມະການຄວາມປອດໄພທາງລົດໄຟ (CRS) ຂອງ ອິນເດຍ ໄດ້ປະກາດບົດລາຍງານສືບສວນສອບ​ສວນສາເຫດລົດ​ໄຟ​ຕຳ​ກັນ ໄດ້ສະຫລຸບວ່າ: ກໍາມະກອນສ້ອມແປງທາງລົດໄຟໄດ້ເຊື່ອມຕໍ່ຜິດພາດລະບົບສັນຍານເອເລັກໂຕຣນິກເຮັດໃຫ້ລົດ​ໄຟ 3 ຂະບວນຕ່ຳກັນຢ່າງ​ຮຸນ​ແຮງ​ຈົນ​ມີ​ຜູ້​ເສຍ​ຊີວິດ 288 ຄົນ ແລະ ບາດ​ເຈັບ​ຫລາຍກວ່າ 1.000 ຄົນຢູ່ສະຖານີ ລົດໄຟ Bahanaga Bazar, ລັດ Odisha, ພາກຕາເວັນອອກ ຂອງອິນເດຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version