Home ຂ່າວກິລາ ຊ້າງນ້ອຍ ຄອງແຊ໋ມ ເປບຊີ ລາວລີກ 1 ສອງສະໄໝຊ້ອນ ພ້ອມກວາດ 3 ລາງວັນ

ຊ້າງນ້ອຍ ຄອງແຊ໋ມ ເປບຊີ ລາວລີກ 1 ສອງສະໄໝຊ້ອນ ພ້ອມກວາດ 3 ລາງວັນ

0

ສະໂມສອນ ຊ້າງນ້ອຍ ເອັບຊີ ລົງສະໜາມນັດປິດລະດູການ ລີກສູງສຸດຂອງປະເທດລາວ ຫຼື ລາຍການ ເປບຊີ ລາວລີກ 1 ປະຈຳປີ 2023 ໂດຍເປີດບ້ານໂຊຟອມເກັ່ງໄລ່ເອົາຊະນະ ມາສະເຕີ 7 ເອັບຊີ ດ້ວຍສະກໍ 1-0 ປະຕູ ເພີ່ມສະຖິຕິໃນການລົງແຂ່ງຂັນ 14 ນັດ ຊະນະ 12 ແລະ ສະເໝີ 2 ນັດ ມີ 38 ຄະແນນ ຄອງແຊ໋ມ 2 ສະໄໝຕິດຕໍ່ກັນ ພ້ອມເງິນລາງວັນ 300.

ການແຂ່່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ອາທິດທີ 14 (ອາທິດສຸດທ້າຍ) ມີຂຶ້ນໃນວັນທີ 2 ກໍລະກົດ 2023 ພ້ອມກັນ 4 ຄູ່ ໂດຍຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ຊ້າງນ້ອຍ ເອັບຊີ ແຊ໋ມເປັນທີ່ແນ່ນອນແລ້ວ ໄດ້ເປີດບ້ານຮັບການມາຢາມຂອງມາສະເຕີ 7 ເອັບຊີ ທີມອັນດັບ 2 ຂອງປີນີ້ແນ່ນອນແລ້ວ ແລະ ຜົນປະກົດວ່າ: ຊ້າງນ້ອຍ ມາໄດ້ປະຕູໄຊຈາກການຍິງຂອງ JULIAN BOTTARO ນາທີທີ 45+2. ສ່ວນຜົນຄູ່ອື່ນໆ ນໍ້າທາ ຢູໄນເຕັດ ເປີດບ້ານສະເໝີ ເອສະຣາ ເອັບຊີ 0-0 ປະຕູ, ຈໍາປາສັກ ເອັບຊີ ເປີດບ້ານເສຍໃຫ້ກອງທັບ ເອັບຊີ 0-1 ປະຕູ ແລະ ວຽງຈັນ ເອັບຊີ ເປີດບ້ານເສຍໃຫ້ຫຼວງພະບາງ ເອັບຊີ ຂາດລອຍ 0-18 ປະຕູ.

ຫຼັງຈາກຈົບການແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບຂັນແຊ໋ມຢ່າງເປັນທາງການໃຫ້ກັບຊ້າງນ້ອຍ ເອັບຊີ ຊຶ່ງໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວຈຳກັດ, ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ສະຫຼຸບລາວລີກ 1 ລະດູການ 2023 ແຊ໋ມແມ່ນ ຊ້າງນ້ອຍ ເອັບຊີ ລົງສະໜາມ 14 ນັດ ຊະນະ 12 ແລະ ສະເໝີ 2 ນັດ ມີ 38 ຄະແນນ ໄດ້ຮັບຂັນແຊ໋ມ ພ້ອມເງິນລາງວັນ 300 ລ້ານກີບ, ອັນດັບ 2 ມາສະເຕີ 7 ເອັບຊີ ມີ 28 ຄະແນນ ໄດ້ຮັບ 150 ລ້ານກີບ, ອັນດັບ 3 ເອສະຣາ ເອັບຊີ ມີ 25 ຄະແນນ ໄດ້ຮັບ 80 ລ້ານກີບ, ອັນດັບ 4 ກອງທັບ ເອັບຊີ ມີ 23 ຄະແນນ, ອັນດັບ 5 ຫຼວງພະບາງ ເອັບຊີ ມີ 14 ຄະແນນ, ອັນດັບ 6 ຈໍາປາສັກ ເອັບຊີ ມີ 11 ຄະແນນ, ອັນດັບ 7 ນໍ້າທາ ຢູໄນເຕັດ ມີ 8 ຄະແນນ ແລະ ອັນດັບ 8 ວຽງຈັນ ເອັບຊີ ມີ 8 ຄະແນນ.

ສ່ວນລາງພິເສດອື່ນໆ ປະກອບມີ ລາງວັນນັກເຕະດີເດັ່ນ ຕົກເປັນຂອງບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ເອັບຊີ, ລາງວັນດາວຍິງສູງສຸດ ຕົກເປັນຂອງຣາຟາເອວ ຈາກ ມາສະເຕີ 7 ເອັບຊີ ທີ່ຍິງໄປໄດ້ 18 ປະຕູ ຈາກ 7 ນັດ, ລາງວັນຜູ້ຮັກສາປະຕູດີເດັ່ນ ຕົກເປັນຂອງສໍລະສັກ ຈາກຊ້າງນ້ອຍ ເອັບຊີ ແລະ ຫົວໜ້າຄູຝຶກດີເດັ່ນ ແມ່ນ BALA SATYASAGARA ຈາກຊ້າງນ້ອຍ ເອັບຊີ.

ໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version