Home ທຸລະກິດ ທ່ານ ນາງ Sabrina Meng ກ່າວຄໍາປາໄສໃນຫົວຂໍ້ “ການປ່ຽນແປງຂອງ 5G”

ທ່ານ ນາງ Sabrina Meng ກ່າວຄໍາປາໄສໃນຫົວຂໍ້ “ການປ່ຽນແປງຂອງ 5G”

0

ຊຽງໄຮ ປະເທດຈີນ 28 ມິຖຸນາ 2023 ໃນວັນເປີດງານ MWC Shanghai 2023 Sabrina Meng ປະທານໝູນວຽນ ແລະ CFO ຂອງ Huawei ໄດ້ໃຫ້ຄຳປາໄສໃນຫົວຂໍ້ “ການປ່ຽນແປງຂອງ 5G”

ທ່ານ Meng ກ່າວວ່າ “ 5G ມີການນຳໃຊ້ທາງການຄ້າໃນທົ່ວໂລກມາເປັນເວລາ 4 ປີແລ້ວ” “ວິທະຍາສາດ ແລະ ເຕັກໂນໂລຊີກໍາລັງກ້າວໄປສູ່ລະບົບຂະໜາດໃຫຍ່ ທີ່ມີຄວາມສະລັບສັບຊ້ອນ ສິ່ງນີ້ຈຳເປັນຕ້ອງມີການຈັບຄູ່ເທັກໂນໂລຊີ ກັບ ສະຖານະການທີ່ສະເພາະເຈາະຈົງ ເພື່ອປູທາງໄປສູ່ຄວາມສຳເລັດຢ່າງຕໍ່ເນື່ອງຂອງ 5G.”

5G ກຳລັງສ້າງມູນຄ່າໃນສາມດ້ານທີ່ແຕກຕ່າງກັນ

ນິຍາຍວິທະຍາສາດພຽງແຕ່ເປັນຈິນຕະນາການຂອງອະນາຄົດ ແຕ່ວິທະຍາສາດ ແລະ ເຕັກໂນໂລຊີສາມາດປ່ຽນຈິນຕະນາການໃຫ້ກາຍເປັນຈິງ.

5G ໄດ້ຖືກນຳໃຊ້ໃນອຸດສາຫະກຳການຄ້າມາເປັນເວລາ 4 ປີ ຈາກອຸດສາຫະກໍາຫຼາຍພັນຄົນໄປສູ່ຫຼາຍພັນຄອບຄົວ ພວກເຮົາເຫັນວ່າການນໍາໃຊ້ ລະບົບ 5G ກໍາລັງປ່ຽນແປງຊີວິດ ແລະ ການຜະລິດຂອງພວກເຮົາ ເຊິ່ງມັນກໍາລັງສືບຕໍ່ສ້າງມູນຄ່າການຄ້າ ມູນຄ່າອຸດສາຫະກໍາ ແລະ ມູນຄ່າສັງຄົມຢ່າງຫຼວງຫຼາຍ.

ໃນຂົງເຂດຜູ້ບໍລິໂພກ: 5G cloud ແລະ AI ເຮັດໃຫ້ເກີດປະຕິກິລິຍາແບບລະບົບຕ່ອງໂສ້ ປ່ຽນ “ຜູ້ຊື້” ເປັນ “ຜູ້ຂາຍ” ໃນຂົງເຂດອຸດສາຫະກໍາ: 5G ໄດ້ກາຍເປັນສ່ວນໜຶ່ງຂອງການຜະລິດ ເຈາະເລິກສະຖານະການອຸດສາຫະກຳ ສຸມໃສ່ການເພີ່ມປະສິດທິພາບຢ່າງຕໍ່ເນື່ອງ ເຮັດໃຫ້ 5G ຄ່ອຍໆໄດ້ຮັບການຍຶດຫມັ້ນໃນການນໍາໃຊ້ໃນອຸດສາຫະກໍາ.

ໃນອະນາຄົດ ແອັບພລິເຄຊັ່ນໃໝ່ ແລະ ຈຸດເຊື່ອມຕໍ່ໃໝ່ກຳລັງເກີດຂຶ້ນອີກ ການສື່ສານທີ່ຜ່ານລະບົບເນັດເວີກທີ່ທັນສະໃໝໂດຍຜ່ານລະບົບ 5G ລະບົບ 3D ແລະ ການສຳພັດປະສົບການແບບໃໝ່ ໃນຍຸກຂອງ “ການເຊື່ອມຕໍ່ທີ່ວ່ອງໄວ ແລະ ເຂົ້າເຖິງງ່າຍ” ໃນອະດີດເຄືອຂ່າຍມືຖືໄດ້ໃຫ້ບໍລິການຜູ້ຄົນ ແລະ ໄດ້ມີການພັດທະນາການບໍລິການ ພັດທະນາຄວາມກ້າວໜ້າຢ່າງຕໍ່ເນື່ອງ 5.5G ເປັນເສັ້ນທາງທີ່ຫຼີກລ້ຽງບໍ່ໄດ້ສໍາລັບການພັດທະນາເຄືອຂ່າຍ 5G.

ເຄືອຂ່າຍ 5.5G ຂັບເຄື່ອນດ້ວຍການເຊື່ອມຕໍ່ຫຼາຍພັນລ້ານລ້ານເຄືອຂ່າຍ ຄຸນລັກສະນະເຄືອຂ່າຍທີ່ສະຫຼຽວສະຫຼາດພາຍໃນລະບົບທີ່ມີຄວາມຊັດເຈນ ໂດຍຕັ້ງແຕ່ 5G ເຖິງ 5.5G ຈະກົງກັບສະຖານະການຕ່າງໆເຊັ່ນ: ການເຊື່ອມຕໍ່ລະຫວ່າງຜູ້ຄົນ ອີຄອມເມີສການຮັບຮູ້ ການຜະລິດລະດັບສູງໄດ້ດີຂຶ້ນ ບົ່ມເພາະໂອກາດໃໝ່ໆ ສຳລັບທຸລະກິດ.

ຍົກລະດັບ 5G ໄປອີກຂັ້ນ ແລະ ປູທາງສູ່ຄວາມສຳເລັດຢ່າງຕໍ່ເນື່ອງ

ບາດກ້າວສູ່ຄວາມສໍາເລັດບໍ່ແມ່ນພຽງແຕ່ຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງເຕັກໂນໂລຊີຢ່າງດຽວເທົ່ານັ້ນ ແຕ່ຂຶ້ນຢູ່ກັບສະຖານະການ ແລະ ຄວາມຕ້ອງການຂອງເຕັກໂນໂລຊີທີ່ມີຄວາມເໝາະສົມ ເພື່ອປັບໃຫ້ເຂົ້າກັບວິທີການເຮັດວຽກຂອງລະບົບ.

ຫຼັງຈາກ ລະບົບ 5G ໄດ້ຖືກນໍາໄປໃຊ້ໃນອຸສາຫະກໍາການຄ້າແລ້ວ ການຄາດຫວັງສໍາລັບການຍົກລະດັບແບບກ້າວກະໂດດຂອງທາງດ້ານນະວັດກໍາເຕັກໂນໂລຢີຂອງປະຊາຊົນກໍ່ນັບມື້ນັບເຂັ້ມແຂງຂຶ້ນ ວິທີການພັດທະນາໃນເຊີງເລິກກໍໄດ້ກາຍເປັນຫົວຂໍ້ໃໝ່ຂອງວົງການ ເຊີ່ງຕ້ອງອີງໃສ່ຄຸນລັກສະນະຂອງແຕ່ລະສະຖານະການເພື່ອຫາຈຸດທີ່ເໝາະສົມ ແລະ ຄວາມຕ້ອງການໃນການສືບຕໍ່ວິສະວະກໍາລະບົບ ເຊິ່ງເປັນສິ່ງຈໍາເປັນທີ່ຕ້ອງໄດ້ເຈາະເລິກເຂົ້າໄປໃນສະຖານະການ ເຂົ້າໃຈຄວາມຕ້ອງການ ນໍາໃຊ້ແນວຄິດແບບທັນສະໄໝຂອງດ້ານວິສະວະກໍາລະບົບ ໂດຍຮ່ວມແນວຄິດກັບລູກຄ້າ ຜູ້ພັດທະນາ ເຖິງຂະແໜງດຽວກັນສຸມໃສ່ໃນການຄົ້ນຄ້ວາ ແລະພັດທະນາໃນການຈັດຊື້ ການສະໜອງ ແລະ ການຕະຫຼາດໃຫ້ຄົບວົງຈອນຮອບດ້ານຍິ່ງຂຶ້ນ ການສ້າງແບບຈໍາລອງການແກ້ໄຂເພື່ອເພີ່ມປະສິດທິພາບເຄື່ອງມື ແລະ ວິທີການສ້າງຄວາມສໍາເລັດແບບແບບຕໍ່ເນື່ອງຂອງຂະແໜງອຸດສາຫະກໍາ 5G.

ສ້າງຂີດຄວາມສາມາດແບບປະສົມປະສານ ເພື່ອຄົ້ນຄ້ວາອະນາຄົດຂອງການສື່ສານ

ພື້ນຖານໂຄງສ້າງດິຈິຕອລຂອງໂລກອັດສະລິຍະໃນອະນາຄົດຈະຖືກບູລະນະການກັບຂະແໜງແບບເລິກເຊີ່ງກັບສັງຄົມ ແລະ ການດໍາລົງຊີວິດ ບໍ່ພຽງແຕ່ເປັນການພັດທະນາຂອງເຕັກໂນໂລຢີພຽງຈຸດດຽວເທົ່ານັ້ນ ເຊິ່ງຂຶ້ນນໍາຄວາມສະລັບສັບຊ້ອນຂອງເບື້ອງຫຼັງລະບົບ ເປັນການປະສົມປະສານອັນຫຼາຍປັດໃຈຈໍານວນຫຼາຍ ຕ້ອງການຄວາມຄິດ ແລະການອອກແບບທີ່ເປັນລະບົບ ປຽບສະ ເໝືອນກັບການຫຼິ້ນໝາກລຸກ ທ່ານຕ້ອງມີຄວາມຄິດຮ່ວມກັບສະຖານະການ ເສັ້ນທາງສູ່ຄວາມສຳເລັດທາງຂະແໜງອຸດສາຫະກໍາ 5G ຄວາມສາມາດໃນການເຊື່ອມໂຍງເຕັກໂນໂລຢີ ແລະ ຈັດການກັບການປ່ຽນແປງຂອງສະຖານະການມີຄວາມສໍາຄັນຢ່າງຫຍິ່ງ.

ຂໍ້ທີ 1 ແມ່ນຄວາມສາມາດໃນການເຊື່ອມໂຍງເຕັກໂນໂລຊີ ໂດຍຜ່ານການອອກແບບ ແລະ ນະວັດຕະກໍາທີ່ເປັນລະບົບທົ່ວຂົງເຂດຂອງໂລກ ແລະ ພັດທະນາສ້າງສັນສິ່ງໃໝ່ໆ ເພື່ອໃຫ້ບັນລຸການເຮັດວຽກຮ່ວມກັນຂອງລະຫວ່າງລະບົບ Cloud ຈົນເຖີງຈຸດສິ້ນສຸດຂອງລະບົບ ແລະ ການເພີ່ມປະສິດທິພາບການເຮັດວຽກຮ່ວມກັນຂອງ Software Hardware Chips ແລະ ການຄິດໄລ່ປະເມີນຜົນຂອງລະບົບເພື່ອຕອບສະໜອງກັບຄວາມຕ້ອງການອັນຫຼາກຫຼາຍຂອງຂະແໜງຕ່າງໆ ແລະ ຄວາມທ້າທາຍໃນການແກ້ໄຂບັນຫາອັນສັບຊ້ອນທີ່ໄດ້ເກີດຂຶ້ນອີກດ້ວຍ.

ຂໍ້ທີ 2 ແມ່ນຄວາມສາມາດໃນການຈັດການກັບຄວາມປ່ຽນແປງ ການຫັນປ່ຽນຂອງໂລກດີຈິຕອລ ແລະ ໂລກອັດສະລິຍະບໍ່ພຽງແຕ່ບັນຫາດ້ານວິຊາການ ແຕ່ຍັງລວມເຖີງຄວາມສາມາດໃນການຈັດການກັບຄວາມປ່ຽນແປງອີກດ້ວຍ ຈໍາເປັນຕ້ອງຟື້ນຟູຄົນ ແລະ ຫຼັກການໃນອົງການຈັດຕັ້ງໃໝ່ ເພື່ອຕອບສະໜອງກັບສິ່ງທ້າທາຍໃນອະນາຄົດດ້ວຍແນວຄວາມຄິດດ້ານການຄຸ້ມຄອງຈັດການທີ່ເປີດກ້ວາງ ແລະ ຮອບດ້ານ.

ການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານທີ່ເປັນຕົວແທນໂດຍ 5G 5.5G Cloud Ai ປຽບສະເໝືອນເຮືອກໍາລັງອອກຈາກຝັ່ງ ເຊິ່ງຄື້ນນໍ້າກໍາລັງດັນເຮືອໄປທາງໜ້າ ລະຫວ່າງການເດີນທາງຍັງຄົງມີຄວາມສວຍງາມຊ້ອນຢູ່ສະເໝີ ໃຫ້ພວກເຮົາຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກໍາການສື່ສານ ຮ່ວມກັນສ້າງອະນາຄົດຂອງມື້ອື່ນໃຫ້ດີຍິ່ງຂຶ້ນ.

ງານ MWC Shanghai 2023 ແມ່ນໄດ້ຈັດຂຶ້ນຢູ່ທີ່ນະຄອນຊຽງໄຮ ຂອງປະເທດຈີນ ໃນວັນທີ 28-30 ມິຖຸນາ 2023 ນີ້ ພື້ນທີ່ວາງສະແດງຂອງ Huawei ຕັ້ງຢູ່ໃນສະຖານທີ່ Shanghai New International Expo Center (SNIEC) Hall N1 E10 E50.

Huawei ແລະ ຜູ້ປະກອບການຊັ້ນນໍາຂອງອຸດສາຫະກໍາດ້ານການສື່ສານທົ່ວໂລກ ແລະ ຜູ້ນໍາຄວາມຄິດໄດ້ມີການປຶກສາຫາລືກ່ຽວກັບຫົວຂໍ້ເຊັ່ນ: ການເລັ່ງຄວາມຈະເລີນຮຸ່ງເຮືອງພັດທະນາຂອງຂະແໜງອຸດສາຫະກໍາ 5G ການກ້າວເຂົ້າສູ່ຍຸກ 5.5G ແລະ ການຫັນຕົວມາເຂົ້າສູ່ໂລກດິຈິຕອນ ແລະ ໂລກອັດສະລິຍະ.

5.5G ຈະນໍາເອົາໂອກາດ ແລະ ມູນຄ່າການຄ້າເຂົ້າມາສູ່ຂະແໜງອຸດສາຫະກໍາຕ່າງໆ ເຊັ່ນ: ຂະແໜງຍຸກຊື້ເຄື່ອງຜ່ານອອນລາຍ ລົດພາຫະນະໂດຍມີສັນຍານເປັນຕົວຂັບເຄື່ອນ ແລະ ຊ່ວຍຜັກດັນສັງຄົມໃຫ້ເຂົ້າຢ່າງໃກ້ຊິດຍິ່ງຂຶ້ນ ໃຫ້ຫລາຍພັນໝື່ນຄົນກ້າວເຂົ້າສູ່ໂລກແຮ່ງອະນາຄົດ ສໍາລັບລາຍລະອຽດເພີ່ມເຕີມ ກະລຸນາເບິ່ງທີ່: https://carrier.huawei.com/cn/events/mwcs

……………………………………………….

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version