Home ຂ່າວພາຍໃນ ເມືອງຊຽງຮ່ອນ ສະຫຼຸບວຽກງານໄພພິບັດປະຈຳປີ 2022

ເມືອງຊຽງຮ່ອນ ສະຫຼຸບວຽກງານໄພພິບັດປະຈຳປີ 2022

0

ກອງປະຊຸມສະຫຼຸບວຽກງານໄພພິບັດປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ມີຄະນະກຳມະການຄວບຄຸມໄພພິບັດຂັ້ນເມືອງ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

ທ່ານ ອິ່ນ ບຸນຍາວົງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນຜ່ານບົດຫຼຸບວຽກງານໄພພິບັດປະຈຳປີ 2022 ແລະ ທິດທາງແຜນການ 2023 ຢູ່ເມືອງຊຽງຮ່ອນໃນໄລຍະ 1 ປີ ຜ່ານມາ ໄດ້ມີເຫດການ​ໄພ​ພິ​ບັດ​ທີ່​ເກີດ​ຂຶ້​ນຊຶ່ງມີຜົນກະທົບຕໍ່ຊີວິດ, ຊັບສິນຂອງປະຊາຊົນ ຂອງລວມໝູ່ ແລະ ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມໃນ​ທົ່ວ​ເມືອງຈຳນວນ 7 ຄັ້ງ ໂດຍມີ ອັກຄີໄພເກີດຂື້ນ 3 ຄັ້ງມີ 3 ບ້ານ, ລົມພາຍຸພັດເກີດຂື້ນ 2 ຄັ້ງ ມີ 3 ບ້ານ ແລະ 1 ກົມກອງ, ສາງເກັບເຄື່ອງຂອງບໍລິສັດ 1 ຫຼັງ , ຟ້າຜ່າເຮືອນ 1 ຫຼັງ, ນໍ້າຖ້ວມມີ 33 ບ້ານ 643 ຄອບຄົວ, ຈໍານວນພົນ 3.215 ຄົນ ຍິງ 1.619 ຄົນ ເນື້ອທີ່ທໍາການຜະລິດເສຍຫາຍ 325 ເຮັກຕາ, ໜອງປາ 37 ແຫ່ງ, ສັດລ້ຽງ 14 ໂຕ, ຊົນລະປະທານ 5 ແຫ່ງ, ຄອງເໜືອງ 3 ແຫ່ງ, ເສັ້ນທາງເສຍຫາຍ 2 ເສັ້ນ, ຂົວ 2 ແຫ່ງ, ເສົາໄຟຟ້າ 26 ຕົ້ນ, ໂຮງຮຽນ 3 ແຫ່ງ, ນໍ້າລິນ 2 ແຫ່ງ, ລວມມູນຄ່າເສຍຫາຍທັງໝົດ 22 ຕື້ກວ່າກີບ. ຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ພ້ອມທັງຜ່ານແຜນການກະກຽມຮັບຕອບໂຕ້ໄພພິບັດປະຈຳປີ 2023. ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບວຽກງານໄພພິບັດໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຄະນະກຳມະການຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ຕອນທ້າຍທ່ານ ບຸນຈັນ ແກ້ວວິຊາ ຍັງໄດ້ໂອ້ລົມໃຫ້ຄໍາຄິດຄໍາເຫັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະກໍາມະການໄພພິບັດຂັ້ນເມືອງທີ່ໄດ້ເອົາໃຈໃສ່ຕໍ່ກັບວຽກງານໄພພິບັດໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການຕ້ອງໄດ້ເອົາໃຈໃສ່ ປະຕິບັດຕາມສິດ-ພາລະບົດບາດຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ເປັນເຈົ້າການປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງໃນການເຕືອນໄພ, ຮັບມືກັບໄພພິບັດໃຫ້ທັນກັບສະພາບການ ແລະ ເອົາໃຈໃສ່ສືບຕໍ່ສ້າງແຜນກະກຽມໃນການປ້ອງກັນ ແລະ ຄວບຄຸມໄພພິບັດໃຫ້ມີຄວາມຮັບປະກັນ. ຂ່າວ: ດອນ ຂຽວພະນາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version