Home ຂ່າວພາຍໃນ ປຸກລະດົມຊຸມຊົນເປັນເຈົ້າການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ທົ່ວເມືອງນາຊາຍທອງ

ປຸກລະດົມຊຸມຊົນເປັນເຈົ້າການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ທົ່ວເມືອງນາຊາຍທອງ

0

ເພື່ອປ້ອງກັນ, ກຳຈັດໜອນນໍ້າຍຸງລາຍໃຫ້ໝົດໄປເທື່ອລະກ້າວ ຫ້ອງການສາທາລະນະສຸກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍທົ່ວເມືອງນາຊາຍທອງ ຂຶ້ນໃນວັນທີ 24 ມິຖຸນາຜ່ານມານີ້ ທີ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ,ທ່ານ ວຽງຄຳ ສີຫາໂຄດ ເຈົ້າ ເມືອງໆນາຊາຍທອງ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ໃນພິທີທ່ານ ຄຳພັນ ຂັນທິລາດ ຫົວໜ້າຫ້ອງການສາທາລະນະສຸກ ເມືອງນາຊາຍທອງ ກ່າວວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍເລີ່ມແຕ່ຕົ້ນປີ 2023 ເຖິງ ວັນທີ 22 ມິຖຸນາ 2023 ທົ່ວເມືອງນາຊາຍທອງມີກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 30 ກໍລະນີ ຊຶ່ງກວມເອົາ 24 ບ້ານໃນ 54 ບ້ານ, ບໍ່ມີຜູ້ເສຍຊີວິດ, ສະເລ່ຍຄວາມໜາແໜ້ນຂອງຍຸງພາຍໃນເມືອງ HI 1,80%, CI 0,58%, BI 1,65% ໂດຍສັງເກດເຫັນວ່າຄວາມໜາແໜ້ນຂອງຍຸງຍັງບໍ່ສູງ, ສັງເກດເຫັນມີຫຼາຍສາເຫດຄື: ຍ້ອນການສໍາຫຼວດຈຳນວນຫຼັງຄາເຮືອນຍັງບໍ່ໄດ້ຕາມມາດຖານ, ສະພາບຝົນຕົກຍັງບໍ່ທັນຫຼາຍ, ຕໍ່ສະ ພາບການດັ່ງກ່າວຈຶ່ງໄດ້ຖືເອົາວຽກງານໂຄສະນາປະຊາສຳ ພັນໃຫ້ສຸຂະສຶກສາແກ່ປະຊາ ຊົນຫຼາຍຮູບ, ຫຼາຍສີເປັນຕົ້ນແມ່ນໂຄສະນາທາງໂທລະໂຄ່ງທາງສື່ອອນລາຍ, ມີການແຈກຍາຍຢາ ແລະ ໃຫ້ຄຳແນະນໍາວິທີການຈັດຕັ້ງປະຕິບັດຫຼັກ ການ 5 ປ ທີ່ກະຊວງສາທາ ລະນະສຸກວາງອອກຢ່າງເຂັ້ມງວດ.

ທ່ານ ຄຳພັນ ຂັນທິລາດ ກ່າວຕື່ມວ່າ: ສຳລັບແຜນທິດທາງໃນຕໍ່ໜ້າ ໂດຍປະຕິບັດຕາມຄຳສັ່ງ, ຄຳແນະ ນຳ ແລະ ແຈ້ງການຂອງພະແນກສາທາລະນະສຸກນະ ຄອນຫຼວງວຽງຈັນ ຈະໄດ້ສືບຕໍ່ລົງຊຸກຍູ້, ປຸກລະດົມການຈັດຕັ້ງຂອງບ້ານພາຍໃນເມືອງດັ່ງກ່າວ ແລະ ປະຊາ ຊົນ, ໜ່ວຍ, ຫຼັງຄາເຮືອນ ແລະ ຄອບຄົວພາຍໃນບ້ານຕ້ອງເອົາໃຈໃສ່ຮັກສາເຮັດອະ ນາໄມຢ່າງຖຶກຕ້ອງເປັນຕົ້ນປະຕິບັດຫຼັກການ 5 ປ ດັ່ງ ກ່າວ. ການສ້າງຂະບວນການໃນຄັ້ງນີ້, ເພື່ອໃຫ້ປະຊາຊົນພ້ອມກັນມີສະຕິປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກເພື່ອຫາວິທີການປ້ອງກັນ ແລະ ສະກັດກັ່ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ຊຶ່ງກຳລັງເລີ່ມລະບາດຢູ່ໃນປັດຈຸ ບັນ ທັງເປັນການປຸກຈິດສຳ ນຶກ, ປຸກລະດົມຂົນຂວາຍ ປະຊາຊົນໃຫ້ມີຄວາມຕື່ນຕົວ ທຳລາຍແຫຼ່ງເພາະພັນ ໜອນນໍ້າຍຸງລາຍ ໂດຍສະ ເພາະການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນາສຸກວາງອອກ ບໍ່ມີໜອນນ້ຳ ບໍ່ມີຍຸງລາຍ ບໍ່ມີໄຂ້ເລືອດອອກ. ພ້ອມນັ້ນ, ກິດຈະກຳໃນຄັ້ງນີ້ ຍັງໄດ້ມີການເດີນຂະບວນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ, ປ່ອຍປາຫາງນົກຍຸງ ເພື່ອກິນໜອນ ນໍ້າຍຸງລາຍ ແລະ ເດີນສຳຫຼວດໜອນນ້ຳຍຸງລາຍຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຕື່ມອີກ.

( ຂ່າວ: ວັນເພັງ, ພາບ: ທີມງານຄວບຄຸມພະຍາດໄຂ້ຍຸງລາຍສາທາລະນະສຸກ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version