Home ຂ່າວພາຍໃນ ການປະລະການຮຽນ ຢູ່ແຂວງໄຊສົມບູນ ເກີດຈາກຫລາຍປັດໄຈ

ການປະລະການຮຽນ ຢູ່ແຂວງໄຊສົມບູນ ເກີດຈາກຫລາຍປັດໄຈ

0

ການປະລະການຮຽນຂອງນັກຮຽນ ຢູ່ແຂວງໄຊສົມບູນ ເກີດຈາກຫລາຍປັດໄຈ ເປັນຕົ້ນ ຄູສອນມາສອນບໍ່ປົກກະຕິ, ບໍ່ຈູງໃຈຕໍ່ນັກຮຽນ, ນັກຮຽກບໍ່ຕັ້ງໃຈຮຽນ ແລະ ສ້າງຄອບຄົວກ່ອນໄວອັນຄວນ ພ້ອມກັນນີ້, ພໍ່ແມ່ປະຊາຊົນທຸກຍາກ ພາລູກຫລານໄປຮັບຈ້າງຢູ່ຕ່າງເມືອງ-ຕ່າງແຂວງ, ຄວາມເຂົ້າໃຈຂອງປະຊາຊົນບັນດາເຜົ່າ ຕໍ່ກັບຄວາມສຳຄັນຂອງການສຶກສາຍັງບໍ່ທັນສູງ ແລະ ການສຶກສາອົບຮົມການເມືອງ-ແນວຄິດ ຂອງອົງການປົກຄອງແຕ່ລະຂັ້ນຕໍ່ວຽກງານສຶກສາຍັງບໍ່ທົ່ວເຖິງ.

ທ່ານ ຕົ່ງມົວຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ລາຍງານຕໍ່ກອງປະຊຸມປຶກສາຫາລື ກ່ຽວກັບການຂາດຄູສອນ, ການຂາດຮຽນ ແລະ ການຮຽນບໍ່ຈົບຂອງນັກຮຽນໃນຊົນນະບົດ ທົ່ວປະເທດ ໃນວັນທີ 22 ມິຖຸນາ 2023 ນີ້ວ່າ: ແຂວງໄຊສົມບູນ ແມ່ນຂາດຄູສອນ 245 ຄົນ ແຕ່ກໍໄດ້ຈັດວາງຄູອາສາສະໝັກ ໄປປະຈຳສອນຢູ່ແຕ່ລະໂຮງຮຽນ ທັງໝົດ 245 ຄົນ. ສ່ວນອັດຕາການປະລະຂອງເດັກ ຢູ່ທົ່ວແຂວງແມ່ນກວມເຖິງ 10,5% ຂອງຈຳນວນນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ. ສຳລັບປີ 2023 ແຂວງໄຊສົມບູນ ໄດ້ໂກຕ້າພະນັກງານທັງໝົດ 30 ໂກຕ້າ ລວມທັງກຸ່ມການເມືອງ, ກຸ່ມເສດຖະກິດ, ກຸ່ມວັດທະນະທຳ-ສັງຄົມ, ກຸ່ມນິຕິບັນຍັດ ແລະ ຕຸລາການ ພ້ອມທັງ 5 ເມືອງຂອງແຂວງ.

ແຕ່ເຖິງຢ່າງໃດກໍຕາມ ເພື່ອປຶກສາຫາລື, ແກ້ໄຂບັນຫາການຂາດຄູສອນ, ການປະລະການຮຽນ, ການຮຽນບໍ່ຈົບ ແລະ ຮຽນຈົບມາບໍ່ມີເຮັດວຽກງານທຳ ຂອງລູກຫລານ ເພື່ອພ້ອມກັນວາງທິດທາງແຜນການ ກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ໃຫ້ມີຈຸດສຸມ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິຜົນ ໃນຂອບເຂດທົ່ວປະເທດ ກໍຄືແຂວງໄຊສົມບູນ ຈະສືບຕໍ່ຊອກຫາວິທີທາງປັບປຸງແກ້ໄຂ ຂົງເຂດວຽກງານການສຶກສາ ໃຫ້ກ້າວສູ່ຄຸນນະພາບໃໝ່ ແລະ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ນອກນີ້, ຈະໄດ້ສືບຕໍ່ແກ້ໄຂບັນຫາເສດຖະກິດຄອບຄົວຂອງປະຊາຊົນບັນດາເຜົ່າ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ເພື່ອເປັນພື້ນຖານໃຫ້ເຂົາເຈົ້າສາມາດຊຸກຍູ້ສົ່ງເສີມລູກຫລານເຂົ້າໂຮງຮຽນໄດ້ຕາມປົກກະຕິ.

ຂ່າວ-ພາບ: ຮົວຈັ້ງ ດຣາເຊັ້ງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version