Home ຂ່າວຕ່າງປະເທດ ສ້າງສື່ມວນຊົນປະຕິວັດມືອາຊີບ ແລະ ທັນສະໄໝ

ສ້າງສື່ມວນຊົນປະຕິວັດມືອາຊີບ ແລະ ທັນສະໄໝ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ມິຖຸນາ ຜ່ານມາ ຢູ່ ສຳນັກງານສູນກະຈາຍສຽງແຫ່ງຊາດ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກ ຫວຽດນາມ ໄດ້ສົມທົບກັບ ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດກອງປະຊຸມແລກປ່ຽນວຽກງານສື່ມວນຊົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2023).

ໃນກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາອົງການສື່ມວນຊົນ ແລະ ບັນດາຜູ້ເຮັດວຽກງານສື່ມວນຊົນ ຍາມໃດກໍນຳໜ້າ, ມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່ໃນການເພີ່ມພູນຄູນສ້າງ, ເຮັດໃຫ້ພື້ນຖານວັດທະນະທຳແຫ່ງຊາດອຸດົມສົມບູນຂຶ້ນຕື່ມ, ພິເສດແມ່ນສະໜອງຂໍ້ມູນດ້ານນະໂຍບາຍ, ສຸມໃສ່ຕໍ່ສູ້ປົກປ້ອງພື້ນຖານແນວຄິດຂອງພັກ. ທ່ານ ເຈິ່ນຮົ່ງຮ່າ ຍັງໃຫ້ຮູ້ວ່າ: ຄາດວ່າ, ໃນເດືອນມິຖຸນານີ້ ຈະປະຕິບັດສຳເລັດແຜນຮ່າງ 06 ດ້ວຍການນຳເອົາ 25 ລາຍການສື່ ບໍລິການສາທາລະນະເຄື່ອນໄຫວທາງເອເລັກໂຕຣນິກໃນເບື້ອງຕົ້ນ. ບາດກ້າວນີ້, ຈະແກ້ໄຂຄວາມຫຍຸ້ງຍາກໃນໄລຍະປັດຈຸບັນ ແລະ ພ້ອມທັງສ້າງບັນດານະໂຍບາຍໃໝ່ໆ. ດັ່ງນັ້ນ, ບັນດາອົງການສື່ມວນຊົນຈົ່ງຮ່ວມເດີນທາງພ້ອມກັບລັດຖະບານ, ທ້ອງຖິ່ນ ເພື່ອສົ່ງເສີມບັນດາອົງການເສດຖະກິດ, ວິສາຫະກິດ, ປະຊາຊົນ ໃຫ້ມີຄວາມອາດສາມາດເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version