Home ຂ່າວພາຍໃນ ການຮັບມືກັບຂ່າວທີ່ບໍ່ມີມູນຄວາມຈິງສຳລັບສື່ມວນຊົນ

ການຮັບມືກັບຂ່າວທີ່ບໍ່ມີມູນຄວາມຈິງສຳລັບສື່ມວນຊົນ

0

ກອງປະຊຸມສຳມະນາແຜນການຮັບມືກັບຂ່າວທີ່ບໍ່ມີມູນຄວາມຈິງສຳລັບນັກຂ່າວ ຄັ້ງທີ 2 ທີ່ ຣາຊະອານາຈັກ ກຳປູເຈຍ ພາຍໃຕ້ໂຄງການ ກອງທຶນພິເສດແມ່ຂອງລ້ານຊ້າງ ໄດ້ໄຂຂຶ້ນໃນວັນທີ 22 ມິຖຸນາ 2023 ທີ່ ແຂວງສີຫານຸກວິວ, ຣາຊະອານາຈັກ ກຳປູເຈຍ ໂດຍໃຫ້ກຽດເປັນປະທານກ່າວເປີດໂດຍທ່ານຂຽວ ກັນຫາຣິດ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ຖ່າຍທອດສົດ ຂອງກຳປູເຈຍ, ພ້ອມກັນນີ້ ກໍ່ມີຕາງໜ້າສື່ມວນຊົນຈາກບັນດາປະເທດລຸ່ມແມ່ນ້ຳຂອງເຂົ້າຮ່ວມມີ: ປະເທດກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ກັບຂ່າວທີ່ບໍ່ມີມູນຄວາມຈິງໃຫ້ແກ່ສື່ມວນຊົນໂດຍມີຫົວຂໍ້ໃນການສຳມະນາດັ່ງນີ້: ວິທີການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ, ສື່ມວນຊົນ ກັບຍຸກດິຈິຕອນ, ວິທີການກວດສອບແຫຼ່ງທີ່ມາຂອງຂ່າວ ແລະ ຂ່າວທີ່ບໍ່ມີມູນຄວາມຈິງ. ພ້ອມກັນນັ້ນຄະນະສື່ມວນຊົນກໍ່ໄດ້ລົງທັດສະນະແຂວງສີຫານຸວິວ ທັງເຂດເສດຖະກິດພິເສດ ແລະ ພະແນກຂໍ້ມູນຂ່າວສານຂອງແຂວງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version