Home ຂ່າວຕ່າງປະເທດ ສາຍການບິນ ອິນເດຍ ສັ່ງຊື້ເຮືອບິນ ແອຣບັສ 500 ລຳ

ສາຍການບິນ ອິນເດຍ ສັ່ງຊື້ເຮືອບິນ ແອຣບັສ 500 ລຳ

0

ສຳນັກຂ່າວຊິນຮວາຂອງ ສປ ຈີນ ລາຍງານວ່າ: ແອຣບັສ (Airbus) ເປັນບໍລິສັດການບິນ ແລະ ອາວະກາດຂ້າມປະເທດ ຂອງ ເອີຣົບ ປະກາດວ່າອິນດິໂກ (IndiGo) ສາຍການບິນຊັ້ນນໍາຂອງອິນເດຍ ໄດ້ເຮັດຂໍ້ຕົກລົງຈັດຊື້ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດດ້ານການຄ້າເຮືອບິນ. ບໍລິສັດແອຣບັສ ໄດ້ເຂົ້າຮ່ວມ ໃນງານ ວາງສະແດງ ຍານອາວະກາດ ນານາຊາດ ແຫ່ງ ປາຣີ (Paris Air Show) ປະເທດຝຣັ່ງ ປີ 2023 ລະບຸວ່າ: ອິນດິໂກ ໄດ້ສັ່ງຊື້ເຮືອບິນ ລຸ້ນ ເອ 320 (A320)  ຈຳນວນ 500 ລຳ ເຮັດໃຫ້ຍອດລວມ ການສັ່ງຊື້ ເຮືອບິນ ແອຣບັສ ຂອງ ສາຍການບິນ ລວມມີ 1.330 ລຳ ກວມເອົາ ຕໍາແໜ່ງ ລູກຄ້າ ເຮືອບິນ ລຸ້ນ ເອ320 ລາຍໃຫຍ່ທີ່ສຸດ ໃນໂລກ.

ຂະນະດຽວກັນ ສາຍການບິນ ຟລາຍນາສ (Flynas) ຂອງ ອາຣັບບີ ຊາອຸດິດ ຍັງຢືນຢັນ ການສັ່ງຊື້ ເຮືອບິນ ແອຣບັສ ລຸ້ນ ເອ 320 ນິໂອ (A320neo) ຈຳນວນ 30 ລຳ ເຮັດໃຫ້ຍອດລວມ ການສັ່ງຊື້ ເຮືອບິນ ລຸ້ນເອ320 ນິໂອ ຂອງ ຟລາຍນາສ ຈຳນວນ 120 ລຳ ແລະ ອື່ນໆ. ທັງນີ້ ແອຣບັສ ລະບຸວ່າ: ເຮືອບິນ ລຸ້ນ ເອ 320 ມີຫ້ອງໂດຍສານ ທາງເດີນດຽວ ກວ້າງທີ່ສຸດ ໃນເຮືອບິນ ທຸກລຸ້ນ ແລະ ໃຊ້ເຕັກໂນໂລຊີ ຫລ້າສຸດ, ຂະນະທີ່ ເຮືອບິນ ລຸ້ນ ເອ320 ນິໂອ ໄດ້ຕິດຕັ້ງປະກອບ ຢູ່ໂຮງງານ 4 ແຫ່ງ ໄດ້ແກ່: ຮັມບູຣກ (ເຢຍລະມັນ), ຕູລູສ (ຝຣ່ັງ), ໂມໄບລ (ສ.ອາເມລິກາ) ແລະ ທຽນຈິນ(ຈີນ)./

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version