Home ຂ່າວຕ່າງປະເທດ ຝຣັ່ງ ຈະລົງທຶນຍານອາວະກາດ 300 ລ້ານເອີໂຣຕໍ່ປີ

ຝຣັ່ງ ຈະລົງທຶນຍານອາວະກາດ 300 ລ້ານເອີໂຣຕໍ່ປີ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ປະກາດວ່າ: ລັດຖະບານ ຝຣ່ັງ ຈະລົງທຶນ 300 ລ້ານເອີໂຣ ຕໍ່ປີ ໃນລະຫວ່າງປີ 2024-2030 ເພື່ອກະຕຸ້ນ ການອອກແບບ ຍານອາວະກາດ ທີ່ມີນໍ້າໜັກ ເບົາກວ່າເດີມ ລວມເຖິງ ການພັດທະນາ ເຄື່ອງຈັກ ລຸ້ນໃໝ່ ທີ່ ປະຢັດ ນໍ້າມັນ ຫລາຍຂຶ້ນ.

ທ່ານ ເອັມມານູເອລ ມາຄຣົງ ກ່າວວ່າ ໃນລະຫວ່າງ ການຢ້ຽມຢາມ ຊາຟຣານ (Safran) ຜູ້ຜະລິດ ເຄື່ອງຈັກ ຍານອາວະກາດ ສັນຊາດ ຝຣ່ັງລະບຸວ່າ: ຝຣັ່ງ ຕ້ອງເປັນໜຶ່ງ ຂອງ ຍານອາວະກາດ ປະເພດ ອັລຕຣາ-ໂຊເບີຣ (ultra-sober) ແລະ ເປີດເຜີຍ ຊຸດມາດຕະການ ໃນການຊຸກຍູ້ພັດທະນາ ຍານອາວະກາດ ປ່ອຍກາກບອນຕໍ່າ ລວມເຖິງບ້ວງເງິນ 50 ລ້ານເອີໂຣ ສຳລັບ ຜູ້ຫລີ້ນຄົນໃໝ່ ແລະ ສຕຣາອັບ ເພື່ອພັດທະນາ ເຮືອບິນໄຮບຣິດ ພະລັງງານໄຟຟ້າ ຫລື ພະລັງງານ ໄຮໂດຣເຈນ ຂະໜາດນ້ອຍ. ໃນຂະນະດຽວກັນ ບ້ວງເງິນ ຈຳນວນ 200 ລ້ານເອີໂຣ ຈະນໍາໄປໃຊ້ ເຂົ້າໃນການພັດທະນາ ເຊື້ອໄຟ ຊີວະພາບ ທີ່ໄດ້ຮັບການ ປັບປຸງໃໝ່ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version