Home ຂ່າວຕ່າງປະເທດ ສປ ຈີນ ຜະລິດຖ່ານຫີນເພີ່ມຂຶ້ນ 4,2%

ສປ ຈີນ ຜະລິດຖ່ານຫີນເພີ່ມຂຶ້ນ 4,2%

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິ ແຫ່ງຊາດ ຈີນ ລາຍງານວ່າ: ປະລິມານ ການຜະລິດ ຖ່ານຫີນດີບ ຂອງ ປະເທດ ໄດ້ຈະເລີນເຕີບໂຕ ຢ່າງຕໍ່ເນື່ອງ ໃນເດືອນພືດສະພາ ທີ່ຜ່ານມາ ລວມມີ 390 ລ້ານໂຕນ, ເພີ່ມຂຶ້ນ 4,2% ເມື່ອທຽບປີຕໍ່ປີ. ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ, ປະລິມານ ການຜະລິດ ຖ່ານຫີນດິບ ຂອງຈີນ ລວມມີ 1,91 ຕື້ໂຕນ, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີກາຍ. ສ່ວນການນໍາເຂົ້າ ຖ່ານຫີນ ລວມມີ 180 ລ້ານໂຕນ, ເພີ່ມຂຶ້ນ 89,6% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version