Home ຂ່າວການເມືອງ ສະພາແຫ່ງຊາດ ເພີ່ມທະວີການກວດກາວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

ສະພາແຫ່ງຊາດ ເພີ່ມທະວີການກວດກາວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

0

ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດລວງດຽວກັນ ແລະ ມີຄວາມສະດວກໃນການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນວັນທີ 6 ມິຖຸນາ 2023, ກໍາມາທິການບັນດາເຜົ່າ (ກບຜ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມເພື່ອເປັນເອກະພາບບັນດາຄາດໝາຍດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2023 (ໃນຮູບແບບທາງໄກ) ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕະປະເສີດ ປະທານກໍາມາທິການບັນດາ ເຜົ່າສະພາແຫ່ງຊາດ, ມີບັນດາທ່ານ ຮອງປະທານກໍາມາທິການບັນດາເຜົ່າ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການແຜນການການເງິນ ແລະ ການກວດສອບ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາທ່ານຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ 18 ແຂວງທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະເໜີການຕິດຕາມກວດກາ ບັນດາຄາດໝາຍຂອງ ວຽກງານພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງກໍາມາທິການບັນດາເຜົ່າຈາກທ່ານຮອງປະທານກໍາມາທິການບັນດາເຜົ່າ ແລະ ການປະກອບຄໍາຄິດຄໍາເຫັນ ຂອງທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ການປະກອບຄໍາຄິດຄໍາເຫັນ ຂອງຫົວໜ້າ-ຮອງຫົວໜ້າພະແນກແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ນະຄອນຫລວງວຽງຈັນ.

(ສອນສັກ ວັນວິໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version