ຂ່າວຕ່າງປະເທດລາຍງານ ໃນວັນທີ 31 ພຶດສະພາ ຜ່ານມາ, ອົງການອຸຕຸນິຍົມວິທະຍາໂລກ (WMO) ໜຶ່ງໃນອົງການຊຳນານພິເສດຂອງອົງການສະຫະປະຊາຊາດ (ສປຊ) ໄດ້ປະກາດກຳນົດໃຫ້ສ່ວນຂອງໂລກທີ່ປົກຄຸມດ້ວຍນ້ຳກ້ອນ ຫຼື ຫິມະ ແມ່ນຄວາມສຳຄັນສູງສຸດ ໂດຍກ່າວວ່າ: ການລະລາຍຂອງນ້ຳກ້ອນໃນທະເລ, ຖານນໍ້າກ້ອນ ແລະ ຊັ້ນດິນແຂງເປັນໄພຂົ່ມຂູ່ລະດັບໂລກ.
ປະເທດສະມາຊິກ WMO ໄດ້ສະແດງຄວາມກັງວົນກ່ຽວກັບຜົນກະທົບຂອງການລະລາຍຂອງນ້ຳກ້ອນທີ່ມີຕໍ່ລະດັບນ້ຳທະເລ, ໄພທຳມະຊາດ, ລະບົບນິເວດ ແລະ ເສດຖະກິດ ລວມເຖິງປະເທດໃນພາກພື້ນທີ່ຢູ່ຫ່າງໄກຈາກບໍລິເວນຂົ້ວໂລກເຊັ່ນ: ແຄຣິບບຽນ ແລະ ອາຟຣິກາ ຕ່າງກໍກັງວົນເຊັ່ນກັນວ່າ ການປ່ຽນແປງໃນຫິມະຈະສົ່ງຜົນກະທົບທົ່ວໂລກ. ທ່ານ ເພດເຕີຣີ ທາລາສ ເລຂາທິການ WMO ກ່າວວ່າ: ບັນຫາເລື່ອງຫິມະ ບໍ່ໄດ້ເປັນພຽງແຕ່ບັນຫາອັບຮີບດ່ວນສຳລັບຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້ເທົ່ານັ້ນ ແຕ່ມັນເປັນບັນຫາລະດັບໂລກດ້ວຍ. WMO ລະບຸວ່າ ການລະລາຍຂອງນໍ້າກ້ອນກັບແຜ່ນນໍ້າກ້ອນແຖບກຣີນແລນ ແລະ ແອນຕາກຕິກາ ມີອັດຕາສ່ວນປະມານ 50% ຂອງການເພີ່ມຂຶ້ນຢ່າງວ່ອງໄວຂອງລະດັບນ້ຳທະເລ ຊຶ່ງສິ່ງນີ້ຈະສົ່ງຜົນກະທົບຫຼາຍຂຶ້ນຕໍ່ປະເທດກຳລັງພັດທະນາທີ່ເປັນເກາະຂະໜາດນ້ອຍ ແລະ ພື້ນທີ່ແຄມຝັ່ງທີ່ມີປະຊາກອນໜາແໜ້ນ. ຂະນະດຽວກັນ, ການລະລາຍຂອງຊັ້ນດິນແຂງບໍລິເວນອາກຕິກຍັງເຮັດໃຫ້ເກີດການປ່ອຍແກັສເຮືອນແກ້ວປະລິມານຫຼາຍອີກດ້ວຍ ເນື່ອງຈາກມັນກັກເກັບຄາບອນຫຼາຍກວ່າ 2 ເທົ່າ ຂອງປະລິມານທີ່ມີຢູ່ໃນຊັ້ນບັນຍາກາດໂລກໃນທຸກວັນນີ້. ທັງນີ້, ປະເທດສະມາຊິກ WMO ກຳລັງປຶກສາຫາລືກ່ຽວກັບແຜນການຕ່າງໆ ເພື່ອເຮັດໃຫ້ແນ່ໃຈວ່າ ທຸກປະເທດຈະໄດ້ຮັບການປົກປ້ອງຈາກລະບົບເຕືອນໄພລ່ວງໜ້າທີ່ທັນສະໄໝສຳລັບໄພພິບັດທາງອຸຕຸນິຍົມວິທະຍາພາຍໃນ 5 ປີ ແລະ ຮຽກຮ້ອງໃຫ້ມີການເພີ່ມເງິນທຶນສຳລັບການສັງເກດການ ແລະ ການຄາດຄະເນທີ່ປະສານງານກັນຫຼາຍຂຶ້ນ ຕະຫຼອດຈົນຮອດການແລກປ່ຽນຂໍ້ມູນ, ການວິໄຈ ແລະ ການບໍລິການທີ່ດີຍິ່ງຂຶ້ນ.
ນອກເໜືອຈາກດຳເນີນການຕາມຂໍ້ຕົກລົງປາຣີສະບັບປີ 2015 ແລະ ການຫຼຸດການປ່ອຍແກັສເຮືອນແກ້ວແລ້ວ WMO ຍັງລະບຸຕື່ມວ່າ ມັນຈຳເປັນຕ້ອງມີການສັງເກດການທີ່ດີຂຶ້ນ ເພື່ອຕິດຕາມລະດັບ ແລະ ຄວາມໄວຂອງການປ່ຽນແປງ.