Home ຂ່າວຕ່າງປະເທດ ຣັດເຊຍ ວາງແຜນສົ່ງອອກທັນຍາພືດ 50-55 ລ້ານໂຕນ

ຣັດເຊຍ ວາງແຜນສົ່ງອອກທັນຍາພືດ 50-55 ລ້ານໂຕນ

0
(220913) -- VLADIVOSTOK, Sept. 13, 2022 (Xinhua) -- A harvester is seen on the outskirts of Vladivostok, Russia, Sept. 13, 2022. (Photo by Guo Feizhou/Xinhua)

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ດີຣມິຕີຣ ປາຕູຣເຊຟ ລັດຖະມົນຕີ ກະຊວງ ກະສິກຳ ຂອງ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພວມວາງແຜນ ການສົ່ງອອກ ທັນຍາພືດ ຈຳນວນ 50-55 ລ້ານໂຕນ ໃນລະຫວ່າງ ວັນທີ 1 ກໍລະກົດ ປີ 2023 ຫາ ວັນທີ 30 ມີນາປີ 2024. ເມື່ອປີກາຍນີ້, ຣັດເຊຍ ເກັບກ່ຽວ ທັນຍາພືດ ບັນລຸເພີ່ມຂຶ້ນສູງ ເປັນຄັ້ງປະຫວັດສາດ. ໃນນັ້ນ ການຜະລິດ ສາລີ ແລະ ເຂົ້າບາເລ ກວມເອົາ ອັດຕາສ່ວນ 13%ແລະ 16% ຂອງ ຜົນ ຜະລິດທັງໝົດ ໃນທົ່ວໂລກ ຕາມລຳດັບ. ທ່ານ ດີຣມິຕີຣ ປາຕູຣເຊຟ ກ່າວວ່າ: ຣັດເຊຍ ໄດ້ດຳເນີນ ມາດຕະການ ດ້ວຍຫລາຍຮູບແບບ ເພື່ອກະຕຸ້ນ ການຜະລິດ ທັນຍາພືດ, ປັດຈຸບັນ, ຣັດເຊຍ ສົ່ງເສີມການສົ່ງອອກ ທັນຍາພືດ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງ ຕະຫລາດ ພາຍໃນ ຢ່າງຮອບດ້ານ ແລະ ເປັນຕົວເລືອກ ສຳຄັນ ອັນດັບທຳອິດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version