Home ຂ່າວຕ່າງປະເທດ ເຄນຍາ ເປີດໂຕສະຖານີສາກລົດໂດຍສານໄຟຟ້າແຫ່ງທຳອິດ

ເຄນຍາ ເປີດໂຕສະຖານີສາກລົດໂດຍສານໄຟຟ້າແຫ່ງທຳອິດ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 24 ເດືອນພຶດສະພາ, ເຄນຍາ ເປີດໂຕສະຖານີ ສາກໄຟຟ້າ ສຳລັບ ລົດໂດຍສານ ສາທາລະນະ ແຫ່ງທຳອິດ ພາຍໃຕ້ ຄວາມພະຍາຍາມ ສົ່ງເສີມ ການປ່ຽນຜ່ານ ສູ່ການສັນຈອນ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ ຂອງ ປະເທດ. ທ່ານ ຈິດ ບັດຕາຈາຍາ ປະທານ ບາຊີໂກ (BasiGo) ເປັນ ບໍລິສັດສະຕາຣອັບ ສັນຊາດເຄນຍາ ກ່າວວ່າ ສະຖານີ ສາກຖ່ານແບບໄວ ດ້ວຍກະແສໄຟຟ້້າແຮງສູງ ຊຶ່ງມີ ຂີດຄວາມ ສາມາດ ໃນການສາກ ລົດໂດຍສານ ພ້ອມກັນ ຈຳນວນ 6 ຄັນ ໄດ້ຮັບການພັດທະນາ ໂດຍການ ສະໜັບ ສະໜູນ ຂອງ ເຄນຍາ ພາວເວີຣ (Kenya Power) ເປັນໜ່ວຍງານ ດ້ານພະລັງງານ ຂອງລັດ.

ທ່ານ ຈິດ ບັດຕາຈາຍາ ກ່າວວ່າ: ສະຖານີ ສາກໄຟຟ້າ ດັ່ງກ່າວ ເປັນສະຖານີ ແຫ່ງທຳອິດ ທີ່ເຊື່ອມຕໍ່ ກັບ ແນວທາງ ການຂັບເຄື່ອນ ດ້ວຍລະບົບ ໄຟຟ້າ ແບບໃໝ່ ຂອງ ເຄນຍາ ທີ່ໄດ້ຮັບການ ອະນຸມັດ ເມື່ອເດືອນມີນາ , ຊຶ່ງຈັດສັນ ພະລັງງານ ຕົ້ນທຶນຕໍ່າ ສຳລັບ ການສາກ ຍານພາຫະນະ ໄຟຟ້າ ໃນເວລາກາງຄືນ ອັນເປັນໄລຍະ ທີ່ ປະເທດ ມີຊັບພະຍາກອນ ພະລັງງານ ໝູນວຽນ ຢ່າງຫລວງຫລາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version