ໃນໄລຍະເກືອບ 10 ເດືອນທີ່ຜູ້ນຳພັກ ແລະ ແນວລາວສ້າງຊາດ ຈຳນວນ 16 ທ່ານ ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳສຸດທີ່ສ່ຽງໄພ, ອັນຕະລາຍ ບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳນັ້ນບຸກຄົນສຳຄັນໆ ປະມານ 8-9 ທ່ານ ຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ຖືກຕັດສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະເພື່ອເອົາບັນດາຜູ້ນຳແນວລາວຮັກຊາດ ອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ.
ເມື່ອຮັບຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການອອກຈາກຄຸກ” ສຳລັບບັນດາຜູ້ນຳເຖິງວ່າເພິ່ນຈະຖືກຈັບກຸມຄຸມຂັັງກໍຕາມແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງເພື່ອໃຫ້ຫລຸດພົ້ນອອກຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດໃນການສຶກສາອົບຮົມສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້, ຄວາມໂຫດຮ້າຍສາມານຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ ກັບຝ່າຍກຳລັງຮັກຊາດ. ພ້ອມນີ້, ບັນດາຜູ້ນຳຍັງສະແດງອອກທາງດ້ານພຶດຕິກຳໃຫ້ສາລະວັດ ທີ່ຍາມຄຸກເຫັນໄດ້ທາດແທ້ຄວາມເສຍສະລະຂອງນັກຮົບປະຕິວັດທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນ, ເຫັນເຖິງຄວາມອົດທົນ, ດຸໝັ່ນຂະຫຍັນພຽນ ດ້ວຍການອອກແຮງງານປູກຜັກ, ດອກໄມ້ຢູ່ອ້ອມຄຸກເມື່ອພືດຜົນງອກງາມພວກເພິ່ນກໍໝູນໃຊ້ວັດທະນະທຳ, ຮີດຄອງປະເພນີ, ຈິດຕະສາດ ຄືໄດ້ເກັບເອົາດອກໄມ້ທີ່ເບັ່ງບານໃຫ້ສາລະວັດ ຝາກຄອບຄົວໄປເຮັດບຸນວັດ, ບູຊາວັນສິນ, ວັນບຸນຕ່າງໆ; ອັນໄດ້ເຮັດໃຫ້ສາລະວັດ ເຫັນເຖິງຈິດໃຈທີ່ຮັກຫອມປະເທດຊາດຂອງບັນດາຜູ້ນຳ ແລະ ພວກເຂົາກໍມີຄວາມເຊື່ອໝັ້ນ ແລະ ຈົ່ງຮັກພັກດີຕໍ່ຜູ້ນຳ ເຮັດໃຫ້ການຂົນຂວາຍເລີ່ມມີໝາກຜົນ, ສາມາດຜ່ານການທົດສອບຫລາຍຄັ້ງຄື: ສົ່ງຈົດໝາຍໃຫ້ຄອບຄົວ ຫລື ຄອບຄົວຝາກຈົດໝາຍນຳສາລະວັດ ມາໃຫ້ຜູ້ນຳໃນຄຸກກໍຮັບປະກັນຄວາມລັບ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດເພື່ອຈະອອກຈາກຄຸກ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ. ເມື່ອແຜນການເປັນໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ.
ເຫດການວິລະກຳດັ່ງກ່າວນີ້ແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆ ປະການເຖິງວ່າ ຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນໂດຍເດັດຂາດ ອັນນີ້ກໍຍ້ອນບັນດາຜູ້ນຳເຮົາ ຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳຄັ້ງມະຫັດສະຈັນນີ້ ໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫລືອເຮັດໃຫ້ບັນດາທ່ານຜູ້ນຳອອກຈາກຄຸກ ໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄືກາລະໂອກາດພັນປີມີເທື່ອໜຶ່ງ.