Home ສຶກສາ ໂຮງຮຽນອະນຸບານກະຊວງສຶກສາ ເນັ້ນຝຶກແອບເດັກໃຫ້ເປັນຄົນດີມີຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1/6)

ໂຮງຮຽນອະນຸບານກະຊວງສຶກສາ ເນັ້ນຝຶກແອບເດັກໃຫ້ເປັນຄົນດີມີຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1/6)

0

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ເປັນວັນທີ່ມີຄວາມໝາຍ ຄວາມສຳຄັນສຳລັບເດັກ ຖືເປັນປາງບຸນໃຫຍ່ຂອງເດັກນ້ອຍທຸກຄົນໃນທົ່ວໂລກ ເປັນວັນທີ່ເດັກທຸກຄົນລໍຄອຍການສະເຫຼີມສະຫຼອງຢ່າງໃຈຈົດໃຈຈໍ່ ເປັນວັນແຫ່ງຄວາມສຸກ ຄວາມເບີກບານມ່ວນຊື່ນຂອງເຂົາເຈົ້າ ເພາະຫຼາຍປີຜ່ານມາບໍ່ສາມາດຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວໄດ້ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາທີ່ຈະມາເຖິງນີ້, ທ່ານນາງ ມະນີວອນ ອາດຜາສຸກ ຜູ້ອຳນວຍການໂຮງຮຽນອະນຸບານກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 23 ພຶດສະພາ ນີ້ວ່າ: ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນຕໍ່ເດັກນ້ອຍ ເພາະເປັນວັນທີ່ເຂົາເຈົ້າຈະໄດ້ສະແດງອອກເຖິງການໃຊ້ສິດທິເດັກຢ່າງແທ້ຈິງ ເປັນວັນທີ່ເດັກນ້ອຍໄດ້ສະແດງອອກເຖິງຜົນງານການເຄື່ອນໄຫວໃນ 1 ປີຜ່ານມາໃຫ້ຄູ-ອາຈານ, ຜູ້ປົກຄອງ, ໝູ່ເພື່ອນທົ່ວສັງຄົມເຫັນເຖິງຄວາມຮູ້-ຄວາມສາມາດ ແລະ ພັດທະນາການທາງດ້ານຮ່າງກາຍ, ສະຕິປັນຍາ, ດ້ານພາສາປາກເວົ້າ, ດ້ານອາລົມ ແລະ ສັງຄົມທີ່ພັດທະນາຂຶ້ນຕາມໄວອາຍຸ ຊຶ່ງຈະເຮັດໃຫ້ທຸກຄົນ ໂດຍສະເພາະຜູ້ປົກຄອງກໍຄືຄູ-ອາຈານທີ່ໃຫ້ຄວາມຮັກ, ຄວາມຫ່ວງໃຍ ແລະ ໃຫ້ການສຶກສາອົບຮົມມີຮອຍຍິ້ມແຫ່ງຄວາມສຸກເມື່ອເຫັນລູກຫຼານເຕີບໃຫຍ່ຂຶ້ນຢ່າງມີຄຸນນະພາບ.

ທ່ານກ່າວໃຫ້ຮູ້ອີກວ່າ: ໂຮງຮຽນອະນຸບານກະຊວງສຶກສາທິການ ແລະ ກິລາ ມີພະນັກງານຄູ-ອາຈານທັງໝົດ 30 ຄົນ, ປັດຈຸບັນມີນັກຮຽນ 220 ຄົນ, ໄດ້ຈັດການຮຽນ-ການສອນນັບແຕ່ຊັ້ນລ້ຽງເດັກເຖິງຊັ້ນອະນຸບານ ຊຶ່ງມີຄວາມສະດວກຫຼາຍດ້ານເປັນຕົ້ນມີອາຄານສະຖານທີ່ຫ້ອງຮຽນ, ເດີ່ນຫຼິ້ນ, ສະໂມສອນເພື່ອຈັດກິດຈະກຳ, ມີຫຼັກສູດ, ມີອຸປະກອນປະກອບການຮຽນ-ການສອນຄົບຖ້ວນ. ພ້ອມນີ້ຄູສອນທຸກຄົນມີປະສົບການໃນການສອນ ຊຶ່ງໄດ້ຮຽນຈົບວິຊາຄູອະນຸບານມາກ່ອນ. ຄູທຸກຄົນໄດ້ຈັດແຜນການຮຽນ-ການສອນທີ່ໜ້າສົນໃຈ, ຈັດສະພາບແວດລ້ອມທັງໃນຫ້ອງ ແລະ ນອກຫ້ອງຮຽນໃຫ້ມີຄວາມສວຍງາມ ເພື່ອດຶງດູດໃຫ້ເດັກນ້ອຍຢາກເຂົ້າມາຮຽນ ພ້ອມກັນຮັກສາຄວາມສະອາດໃນການກິນ, ການດື່ມ ເພື່ອປູກຈິດສຳນຶກໃຫ້ເດັກນ້ອຍໃນວັນນີ້ກາຍເປັນຜູ້ໃຫຍ່ໃນວັນໜ້າຢ່າງມີຄຸນນະພາບ, ເພື່ອກະກຽມຄວາມພ້ອມກ້າວສູ່ການຮຽນຂັ້ນປະຖົມ, ທາງໂຮງຮຽນໄດ້ເອົາໃຈໃສ່ສຶກສາອົບຮົມຝຶກແອບການອ່ານ, ການຂຽນ, ການຫຼິ້ນກິລາ, ສິລະປະ-ວັນນະຄະດີ, ການຢູ່ຮ່ວມກັບໝູ່ເພື່ອນ ປູກຝັງໃຫ້ເປັນຄົນມີຄຸນສົມບັດດີ ຊຶ່ງໃນແຕ່ລະສົກຮຽນທາງໂຮງຮຽນໄດ້ສົ່ງນັກຮຽນໄປຮຽນຊັ້ນປະຖົມປະມານ 100 ກວ່າຄົນ.

ເພື່ອກະກຽມຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາເຖິງນີ້, ທາງໂຮງຮຽນຈະໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 31 ພຶດສະພາທີ່ຈະມາເຖິງນີ້ເຊັ່ນ: ມອບໃບຢັ້ງຢືນການຮຽນໃຫ້ນັກຮຽນອະນຸບານ 3, ສະຫຼຸບຜົນງານຫຍໍ້ 1 ປີ, ຫວນຄືນປະຫວັດຄວາມເປັນມາວັນເດັກນ້ອຍສາກົນ, ຢາຍເຂົ້າໜົມ, ສະແດງສິລະປະ, ຟ້ອນ, ຮ້ອງເພງ, ອ່ານກາບກອນອື່ນໆ.

ໂດຍ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version