Home ຂ່າວຕ່າງປະເທດ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຮອງປະທານສະພາຄວາມໝັ້ນຄົງຣັດເຊຍ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຮອງປະທານສະພາຄວາມໝັ້ນຄົງຣັດເຊຍ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 21 – 23 ພຶດສະພາ, ທ່ານ ດີມີຕຣີ ເມັດເວເດັບ ປະທານພັກປະເທດຣັດເຊຍ ເອກະພາບ ຮອງປະທານສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນ ຣັດເຊຍ ໄດ້ພົບປະກັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃນວັນທີ 22 ພຶດສະພາ ຜ່ານມາ ຢູ່ ຮ່າໂນ້ຍ.

ຂ່າວລະບຸວ່າ: ໃນການພົບປະ, ທ່ານ ຟ້າມມິງຈິງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຍາມໃດ ຫວຽດນາມ ກໍເຄົາລົບການສະໜັບສະໜູນ ແລະ ການໜູນຊ່ວຍທີ່ລ້ຳຄ່າ ຊຶ່ງປະຊາຊົນ ຣັດເຊຍສະຫງວນໃຫ້ຫວຽດນາມໃນເມື່ອກ່ອນ, ກໍຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ປາຖະໜາຢາກພັດທະນາສາຍພົວພັນການຮ່ວມມືນີ້ໃຫ້ດີຂຶ້ນກວ່າເກົ່າ.

ສ່ວນທ່ານ ດີມີຕຣີ ເມັດເວເດັບ ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຣັດເຊຍ ຢູ່ພາກພື້ນ ອາຊີ – ປາຊີຟິກ, ພິເສດແມ່ນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ທ່ານຢືນຢັນວ່າ ຣັດເຊຍ ປາຖະໜາພ້ອມກັບຫວຽດນາມ ພັດທະນາການພົວພັນຮ່ວມມື 2 ຝ່າຍ, ແນໃສ່ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນ 2 ປະເທດ ແລະ ຄວາມຮຽກຮ້ອງພັດທະນາຂອງແຕ່ລະປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version