Home ຂ່າວພາຍໃນ ສໍາເລັດການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສາລະວັນ ກາງສະໄໝທີ IX

ສໍາເລັດການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສາລະວັນ ກາງສະໄໝທີ IX

0

ກອງປະຊຸມດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສາລະວັນ ກາງສະໄໝທີ IX ໄດ້ປິດລົງດ້ວຍຜົນສຳເລັດ, ຫຼັງຈາກທີ່ໄດ້ດຳເນີນມາແຕ່ວັນທີ 18-19 ພຶດສະພາ 2023 ພາຍໃຕ້ການເປັນປະທານໂດຍ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ບັນດາສະຫາຍຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ກາງສະໄໝຄັ້ງທີ IX ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ ແລະ ບັນຫາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ ຊຶ່ງຕະຫຼອດໄລຍະຜ່ານມາໄດ້ຖືເອົາວຽກງານການເມືອງ-ນໍາພາແນວຄິດເປັນກົກ, ດ້ວຍການເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ຮັບຮູ້, ເຊື່ອມຊຶມເພື່ອກໍາແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບ, ກົດ ໝາຍ ແລະ ບົດແນະນໍາຕ່າງໆທີ່ພັກ-ລັດໄດ້ວາງອອກໃນແຕ່ລະໄລຍະ, ປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົົບໃນທົ່ວປວງຊົນຮອບດ້ານ, ຕິດພັນກັບການປັບປຸງຄວາມເຂັ້ມແຂງດ້ວຍການຫັດແອບສິນລະປະຍຸດ, ຍຸດທະວິທີໃຫ້ແກ່ກອງກໍາລັງຫຼວງ, ກໍາລັງກອງຫຼອນ, ຊາວໜຸ່ມ-ໄວໜຸ່ມໃນຈຸດເປົ້າໝາຍສໍາຄັນ, ເພື່ອຍົກສູງນໍ້າໃຈຮັກຊາດ, ຍົກສູງຄວາມອາດສາມາດປະຕິບັດໜ້າທີ່, ມີສະຕິ ແລະ ສະກັດກັ້ນທຸກກົນອຸບາຍຫວັງມ້າງເພຂອງສັດຕູ ແລະ ກຸ່ມຄົນບໍ່ດີ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບໂດຍ ພື້ນຖານ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ນັບມື້ດີຂຶ້ນ; ນໍາພາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ໂດຍລວມແລ້ວ ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ ແລະ ເຫັນວ່າມີຫຼາຍດ້ານບັນລຸໄດ້ຕາມຄາດໝາຍ; ໄດ້ສົ່ງເສີມການປູກຝັງ, ລ້ຽງສັດ ຜະລິດເປັນສິນຄ້າ, ເອົາໃຈໃສ່ກໍ່ສ້າງສ້ອມແປງພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມ.

ໃນໂອກາດດັ່ງກ່າວນີ້ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມໂດຍໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງສາລະວັນ, ສືບຕໍ່ເຮັດວຽກງານສຶກສາອົມຮົມການເມືອງແນວຄິດໃຫ້ຕໍ່ເນື່ອງ ແລະ ເຖິງເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານສະກັດກັ້ນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ຮາກຖານ ແລະ ບໍລິເວນຕ່າງໆ ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໜັກແໜ້ນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງຂອງພັກ, ເພີ່ມທະວີປັບປຸງລະບົບການເມືອງແຕ່ຂັ້ນແຂວງ ລົງຮອດຮາກຖານໃຫ້ໜັກ ແໜ້ນເຂັ້ມແຂງ, ພັດທະນາດ້ານວັດທະນະທຳ-ສັງຄົມ ໃຫ້ຄຽງຄູ່ກັບການພັດທະນາ ທາງດ້ານເສດຖະກິດ, ເພີ່ມທະວີການນໍາພາ-ຊີ້ນຳ ສ້າງພະນັກງານໃຫ້ມີແນວຄິດໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ການກວດສອບ, ປັບປຸງອົງການຈັດຕັ້ງມະຫາຊົນຂອງພັກ ແລະ ສ້າງເງື່ອນໄຂໄດ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ຄະນະບໍລິຫານງານພັກແຂວງຕ້ອງຍົກສູງຄວາມສາມາດນໍາພາຄວາມເປັນແບບຢ່າງນຳໜ້າ ຕໍ່ການແກ້ໄຂບັນຫາຕົວຈິງ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກປະຊາຊົນ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຍາດແຍ່ງເອົາການສະໜັບສະໜູນ ເພື່ອພັດທະນາແຂວງ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໃຫ້ປະສົບຜົນສໍາເລັດ ແລະ ມີໝາກຜົນຕົວຈິງ.

ຂ່າວ-ພາບ: ກິນດາວັນ ອ້ວນນາຄູ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version