Home ຂ່າວພາຍໃນ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ເຄື່ອນໄຫວຢ້ຽມຢາມກຳລັງ ປກຊ-ປກສ ແຂວງສະຫວັນນະເຂດ

ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ເຄື່ອນໄຫວຢ້ຽມຢາມກຳລັງ ປກຊ-ປກສ ແຂວງສະຫວັນນະເຂດ

0

ເມື່ອບໍ່ດົນມານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນປະເທດ ຮອງປະທານຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຂັ້ນສູນກາງໄດ້ເຄື່ອນໄຫວຢ້ຽມຢາມກຳລັງ ປກຊ-ປກສ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນໂຈມ ອຸບົນປະເສີດ ປະທານ ປກຊ-ປກສ ຂັ້ນແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະກອງພົນທີ 4, ກອງພັນໃຫຍ່ 644, ໂຮງໝໍບໍລິເວນ 109, ໂຮງງານປະສານເຫຼົ່າພາກກາງກອງ ທັບ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄດ້ຂຶ້ນລາຍງານຈຸດພິເສດ, ທີ່ຕັ້ງພາລະບົດບາດໜ້າທີ່ ແລະ ການເຄື່ອນໄຫວວຽກງານ ປກຊ-ປກສ ທົ່ວແຂວງໃນໄລຍະຜ່ານມາໂດຍຫຍໍ້ ໂດຍສະເພາະວຽກງານປັບປຸງກໍ່ສ້າງກຳລັງວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປ້ອງກັນພາຍໃນ ວຽກງານກວດກາ, ວຽກງານອົບຮົມຫັດແອບ ແລະ ວຽກຽງານຮັບປະກັນພະລາທິການ ປັບປຸງພື້ນຖານໂຄງລ່າງຂອງກົມກອງເພື່ອໃຫ້ກົມກອງກາຍເປັນກົມກອງປອດໃສປອດ ໄພປອດຄະດີ.

ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ສະຫາຍຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນສະຫາຍຍັງໄດ້ຮຽກຮ້ອງໃຫ້ກຳລັງ ປກຊ-ປກສ ຈົ່ງພ້ອມກັນເອົາໃຈໃສ່ສົ່ງພະນັກລົງກໍ່ສ້າງຮາກຖານການເມືອງ ນຳພາແນວຄິດປະຊາຊົນຢ່າງເລິກເຊິ່ງ ແລະ ປະຕິ ບັດວຽກງານ ປກຊ-ປກສ ຢ່າງເຂັ້ມງວດ ເພື່ອເປັນການຕ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ຂອບເຂດພຶ້ນທີ່ ແລະ ຊາຍແດນໃຫ້ມີຄວາມສະຫງົບປອດໄພ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍເລ່ລ່ຽມຂອງກຸ່ມຄົນບໍ່ຫວັງດີໃຫ້ໝົດໄປເທື່ອລະກ້າວ ໂດຍສະເພາະໃຫ້ພ້ອມກັນສຸມໃສ່ການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, 4 ປູກ 4 ລ້ຽງທີ່ຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version