Home ຂ່າວຕ່າງປະເທດ ພາຍຸເຂດຮ້ອນໄຊໂຄນໂມຈາ ເຮັດໃຫ້ປະຊາຊົນມຽນມາເສຍຊີວິດຫຼາຍກວ່າ 140 ຄົນ

ພາຍຸເຂດຮ້ອນໄຊໂຄນໂມຈາ ເຮັດໃຫ້ປະຊາຊົນມຽນມາເສຍຊີວິດຫຼາຍກວ່າ 140 ຄົນ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາໄດ້ເປີດເຜີຍ ໂດຍສະແດງໃຫ້ເຫັນວ່າ ພາຍຸໝູນເຂດຮ້ອນ ໄຊໂຄນ ໂມຈາ ເຮັດໃຫ້ປະຊາຊົນມຽນມາຫຼາຍກວ່າ 140 ຄົນເສຍຊີວິດ. ຕາມຂ່າວແຈ້ງວ່າ: ພາຍຸໝູນ ໄຊໂຄນ ໂມຈາ ເຮັດໃຫ້ຫຼາຍເຂດປະສົບໄພ. ນັບມາຮອດປັດຈຸບັນ, ມີເຮືອນ 183.024 ຫຼັງ, ໂຮງຮຽນ 1.397 ແຫ່ງ, ສະໜາມບິນ 2 ແຫ່ງ, ໂຮງໝໍ ຫຼື ຄຣີນິກ 227 ແຫ່ງຖືກທຳລາຍ. ປັດຈຸບັນ, ພະນັກງານກູ້ໄພພວມດຳເນີນການກູ້ໄພ ແລະ ສ້າງສາຄືນໃໝ່ຢູ່ເຂດປະສົບໄພ. ໂຕເລກຕິດຕາມທາງອຸຕຸນິຍົມສະແດງໃຫ້ເຫັນວ່າ: ພາຍຸໝູນ ໄຊໂຄນ ໂມຈາ ໄດ້ພັດຖະຫຼົ່ມບັງກລາເທດ ແລະ ເຂດແຄມທະເລຂອງມຽນມາດ້ວຍຄວາມໄວ 209 ກິໂລແມັດຕໍ່ຊົ່ວໂມງ ໃນວັນທີ 14 ພຶດສະພາຜ່ານມາ, ຫຼັງຈາກນັ້ນສືບຕໍ່ເຄື່ອນຂຶ້ນສູ່ພາກເໜືອ ແລະ ກໍ່ຜົນທຳລາຍໃນລະດັບຕ່າງກັນຕາມຊ່ອງທາງທີ່ພາຍຸໝູນເຄື່ອນຜ່ານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version