Home ຂ່າວພາຍໃນ ເປີດໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ ໄລຍະ VIII

ເປີດໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ ໄລຍະ VIII

0

ພິທີເປີດ“ ໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄລຍະ VIII ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ ຜ່ານມາ ທີ່ຮ້ານອາຫານທ່າແຂກໃໝ່ ໂດຍມີທ່ານ ສີໄຄ ຄໍາສະຫວັດ ຫົວໜ້າພະແນກການຕ່າງປະເທດແຂວງ, ມີທ່ານນາງ ພອດໂຊສ ສະເຕຣດຕັນ(Portia Stratton) ຮັກສາການ ຫົວໜ້າອົງການເກັບກູ້ລະເບີດແມັກປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 4880/ຕປທ ວ່າດ້ວຍການອະນຸມັດຮັບເອົາໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານຢູ່ເມືອງບົວລະພາ ແຂວງຄໍາມ່ວນ. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ ນອກແວ ຈໍານວນ 1.593.068 ໂດລາ. ຈຸດປະສົງເພື່ອເປັນການສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນແຂວງຄໍາມ່ວນ ໂດຍການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງອອກຈາກເນື້ອທີ່ດິນບ່ອນທີ່ມີການພັດທະນາຕ່າງໆ ແລະ ດິນທໍາການຜະລິດດ້ານກະສິກໍາຂອງພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມດຽວກັນນີ້ເພື່ອເປັນການສະໜັບສະໜູນການປະຕິບັດວຽກງານຂອງລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ບັນລຸເປົ້າໝາຍແຫ່ງການຍືນຍົງຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໄລຍະຍາວຢູ່ ສປປ ລາວ ຊຶ່ງປະກອບມີ 2 ກິດຈະກໍາຫຼັກ: ສໍາຫຼວດທາງດ້ານວິຊາການມີຈໍານວນ 11 ບ້ານຄື: ບ້ານໂພນ, ບ້ານສະອາງ, ບ້ານຂະຍຸ, ບ້ານຫຍ້າຫວາຍ, ບ້ານແກ້ງວັກ, ບ້ານແສນພັນ, ບ້ານວັງຄົນ, ບ້ານກະຈາມນ້ອຍ, ບ້ານກະຈາມໃຫຍ່, ບ້ານຫຼັງຄັງ ແລະ ບ້ານນາຕັ້ງໃຈ, ຄາດໝາຍໃຫ້ໄດ້ 1.755 ເຮັກຕາ ແລະ ກິດຈະກໍາກວດກູ້ ລບຕ ມີ 8 ບ້ານຄື: ບ້ານຫຼັງຄັງ, ບ້ານໜອງບົວ, ບ້ານຂະຍຸ, ບ້ານສະອາງ, ບ້ານໂພນ, ບ້ານຜານົບ, ບ້ານແສນພັນ ແລະ ບ້ານນາຫອມ ຄາດໝາຍໃຫ້ໄດ້ 196 ເຮັກຕາ. ໄລຍະເວລາຈັດຕັ້ງປະຕິບັດແຕ່ເດືອນສິງຫາ 2022 ຫາເດືອນທັນວາປີ 2025.

ໂອກາດນີ້, ທ່ານ ສີໄຄ ຄໍາສະຫວັດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກະຊວງການຕ່າງ ປະເທດນອກແວ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ອົງການກ່ຽວຂ້ອງທີ່ເປັນເພື່ອນຮ່ວມງານໃກ້ຊິດ, ເປັນໃຈກາງໃນການລະດົມທຶນເຂົ້າໃນການແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ ກໍຄືແຂວງຄໍາມ່ວນ. ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນສະພາບບັນຫາຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເວົ້າສະເພາະແຂວງຄໍາມ່ວນເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບໜັກໜ່ວງຫຼາຍ ຊຶ່ງມີ 316 ບ້ານທີ່ໄດ້ຮັບຜົນກະທົບຈາກ ລບຕ ເທົ່າກັບ 55,05% ໃນຈໍານວນ 574 ບ້ານໃນທົ່ວແຂວງ, ສະເພາະເມືອງບົວລະພາມີ 72 ບ້ານທີ່ໄດ້ຮັບຜົນກະທົບຈາກ ລບຕ, ມີ 16 ບ້ານໄດ້ສໍາຫຼວດທາງດ້ານວິຊາການມີເນື້ອທີ່ 5.886 ເຮັກຕາ ມີເນື້ອທີ່ໄດ້ຮັບການກວດກູ້ 3.603 ເຮັກຕາ, ເປັນເນື້ອທີ່ກະສິກໍາ 3.003 ເຮັກຕາ, ເນື້ອທີ່ພັດທະນາຕ່າງໆ 600 ເຮັກຕາ, ພົບເຫັນ ແລະ ທໍາລາຍລະເບີດໄດ້ 96.571 ໜ່ວຍ.

ຂ່າວ-ພາບ: ມະນີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version