Home ຂ່າວຕ່າງປະເທດ ຈີນ ແລະ 5 ປະເທດຢູ່ອາຊີກາງເຂົ້າຮ່ວມຍຸກໃໝ່ແຫ່ງປະຊາຄົມຮ່ວມຊາຕາກຳ

ຈີນ ແລະ 5 ປະເທດຢູ່ອາຊີກາງເຂົ້າຮ່ວມຍຸກໃໝ່ແຫ່ງປະຊາຄົມຮ່ວມຊາຕາກຳ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ລະຫວ່າງວັນທີ 18-19 ພຶດສະພາ 2023 ນີ້ ກອງປະຊຸມສຸດຍອດ ຈີນ-ອາຊີກາງ ໄດ້ຈັດຂຶ້ນຢູ່ນະຄອນຊີ່ອ່ານ ແຂວງສ້ານຊີ່ ທີ່ເປັນຈຸດເລີ່ມຕົ້ນທາງຕາເວັນອອກຂອງ “ເສັ້ນທາງສາຍໄໝບູຮານ”. ກອງປະຊຸມສຸດຍອດຄັ້ງນີິ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ກົນໄກການພົບປະລະຫວ່າງປະມຸກລັດຈີນ-ປະເທດຢູ່ອາຊີກາງ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ.

ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ໄດ້ສະເໜີໃນກອງປະຊຸມສຸດຍອດຄັ້ງນີ້ວ່າ: ຈີນ ແລະ 5 ປະເທດຢູ່ອາຊີກາງ ຈະຍຶດໝັ້ນການຊ່ວຍເຫລືອເຊິ່ງກັນ ແລະກັນ, ພັດທະນາຮ່ວມກັນ, ມີຄວາມໝັ້ນຄົງທົ່ວໄປ ແລະ ມີມິດຕະພາບທຸກເຊັ່ນຄົນ, ເປີດຍຸກໃໝ່ແຫ່ງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊີກາງ. ກອງປະຊຸມສຸດຍອດຄັ້ງນີ້ຍັງໄດ້ບັນລຸໝາກຜົນອັນສຳຄັນຫລາຍຢ່າງກ່ຽວກັບຈຸດເຕີບໂຕໃໝ່, ເຊັ່ນ: ການເງິນ, ກະສິກຳ, ຫລຸດຜ່ອນຄວາມທຸກຍາກ, ສີຂຽວກາກບອນຕ່ຳ, ສາທາລະນະສຸກ, ການປະດິດສ້າງໃໝ່ດ້ານດີຈີຕອນ ແລະອື່ນໆ.

ປະຫວັດຄວາມເປັນມາແຫ່ງການໄປມາຫາສູ່ກັນລະຫວ່າງ ຈີນ ແລະ ອາຊີກາງ ສາມາດຫວນຄືນເຖິງ 2.100 ປີກ່ອນ, ທ່ານ ຈ່າງສ່ຽນ ຊາວຈີນຄົນໜຶ່ງໄດ້ບຸກເບີກ “ເສັ້ນທາງສາຍໄໝບູຮານ” ທີ່ເຊື່ອມຕໍ່ເອີຣົບ ແລະອາຊີ ໂດຍເລີ່ມຈາກນະຄອນຊີ່ອ່ານ ຜ່ານອາຊີກາງ ຈົນໄປຮອດເອີຣົບ ມີໄລຍະຍາວ 7.000 ກວ່າກິໂລແມັດ, ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງດ້ານການຄ້າ ແລະ ວັດທະນະທຳ, ອົງການອຸຍແນັສໂກເອີ້ນວ່າ “ເສັ້ນທາງແຫ່ງການແລກປ່ຽນ ແລະ ການສົນທະນາລະຫວ່າງ ອະລິຍະທຳຕາເວັນອອກ ແລະ ຕາເວັນຕົກ”.

ປີ 1992, ຈີນ ແລະ 5 ປະເທດຢູ່ອາຊີກາງໄດ້ສ້າງສາຍພົວພັນທາງການທູດ.

ປີ 2013, ໃນເວລາເດີນທາງໄປຢ້ຽມຢາມອາຊີກາງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມ ຮ່ວມກັນສ້າງແລວເສດຖະກິດເສັ້ນທາງສາຍໄໝ, ເຊິ່ງຊຸກຍູ້ໃຫ້ຈີນ ແລະ ອາຊີກາງ ໄດ້ເປີດການຮ່ວມມືກັນທີ່ມຸ່ງໜ້າສູ່ອະນາຄົດ ແລະ ຊຸກຍູ້ເສັ້ນທາງສາຍໄໝຟື້ນຟູຄວາມຈະເລີນຮຸ່ງເຮືອງຢ່າງຮອບດ້ານ.

ປີ 2022, ໂດຍສຸມໃສ່ຜົນປະໂຫຍດພື້ນຖານ ແລະອະນາຄົດທີ່ສົດໃສຂອງປະຊາຊົນຈີນ ແລະ 5 ປະເທດຢູ່ອາຊີກາງ, ຈີນ ແລະອາຊີກາງ ໄດ້ຮ່ວມກັນປະກາດສ້າງຕັ້ງປະຊາຄົມຮ່ວມຊາຕາກໍາລະຫວ່າງ ຈີນ-ອາຊີກາງ ໂດຍຈະສຸມໃສ່ການສ້າງກົນໄກແຫ່ງການຮ່ວມມືອັນໃໝ່ທີ່ເປີດກວ້າງ, ໂປ່ງໃສ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໝີພາບກັນ, ໃຫ້ຜົນປະໂຫຍດເຊິ່ງກັນ ແລະກັນ ແລະສາມາດຈັດຕັ້ງປະຕິບັດຕົວຈິງໄດ້.

ໃນເວລາກ່າວຄໍາປາໄສໃນກອງປະຊຸມສຸດຍອດຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ອະທິບາຍທາດແທ້ຂອງປະຊາຄົມຮ່ວມຊາຕາກໍາລະຫວ່າງຈີນ-ອາຊີກາງ ໂດຍຊີ້ໃຫ້ເຫັນວ່າ: ຈີນ ແລະອາຊີກາງ ຄວນສ້າງເປັນປະຊາຄົມຮ່ວມຊາຕາກໍາທີ່ຊ່ວຍເຫືອເຊິ່ງກັນ ແລະກັນ, ສາມັກຄີ ແລະໄວ້ເນື້ອເຊື່ອໃຈກັນ; ສ້າງເປັນປະຊາຄົມຮ່ວມຊາຕາກໍາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍເຫລືອເຊິ່ງກັນ ແລະກັນເພື່ອໃຫ້ປະສົບຜົນສໍາເລັດ; ສ້າງເປັນປະຊາຄົມຮ່ວມຊາຕາກໍາທີ່ຫ່າງໄກຈາກການປະທະກັນ ແລະມີສັນຕິພາບຖາວອນ; ສ້າງເປັນປະຊາຄົມຮ່ວມຊາຕາກໍາທີ່ຮ່ວມແຮງຮ່ວມໃຈກັນ, ເຂົ້າໃຈ ແລະຮັກແພງເຊິ່ງກັນ ແລະກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version