Home ຂ່າວຕ່າງປະເທດ ຈີ 7 ເລັ່ງປືກສາຫາລືແກ້ໄຂບັນຫາເຄັ່ງຮ້ອນໃນທົ່ວໂລກ

ຈີ 7 ເລັ່ງປືກສາຫາລືແກ້ໄຂບັນຫາເຄັ່ງຮ້ອນໃນທົ່ວໂລກ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ກອງ​ປະຊຸມ​ສຸດ​ຍອດປະຈຳ​ປີ ກຸ່ມ 7 ພື້ນຖານອຸດ​ສະຫະ​ກຳພັດທະນາ​ແຖວ​ໜ້າ​ໂລກ (G7) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ​ນີ້ຢູ່ນະຄອນຮິ​ໂຣຊິ​ມາ​ຂອງຍີ່ປຸ່ນ ເພື່ອ​ປຶກສາ​ຫາລືແກ້​ໄຂບັນດາບັນຫາ​ທີ່ເຄັ່ງຮ້ອນ​​ໃນ​ພາກ​ພື້ນ ​ແລະ ​ທົ່ວ​ໂລກ ​ເປັນຕົ້ນ: ດ້ານເຕັກໂນໂລຊີປັນຍາປະດິດ, ເງິນເອເລັກໂຕຣນິກ, ຕີລາຄາຄືນລະບົບ ສະໜອງ ແລະ ຊຸກຍູ້ພະລັງງານສະອາດ, ລວມທັງນະໂຍບາຍບໍ່ນຳໃຊ້ອາວຸດນິວເຄລຍ, ການ​ປະ​ທະ​ກັນລະຫວ່າງຣັດ​ເຊຍ ​ແລະ ອູ​ແກຣນ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ປຶກສາ​ຫາລືທີ່ສຳຄັນໃນ​ກອງ​ປະຊຸມ​ຄັ້ງນີ້ ຊຶ່ງ​ຈະ​ເປັນ​ການ​ພິສູດໃຫ້​ເຫັນຄວາມ​ສຳຄັນຂອງ​ການ​ຮ່ວມ​ມືຫລາຍ​ຝ່າຍ​ໃນ​ການ​ແກ້​ໄຂ​ບັນດາສິ່ງ​ທ້າ​ທາຍທີ່​ເກີດ​ຂຶ້ນ​ໃນ​ປັດຈຸບັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version