Home ຂ່າວການເມືອງ ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ທີ່ນະຄອນສົງຊິ້ງ, ສປ ຈີນ

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ທີ່ນະຄອນສົງຊິ້ງ, ສປ ຈີນ

0

ໃນລະຫວ່າງວັນທີ 16-19 ພຶດສະພາ 2023, ຄະນະຜູ້ແທນຂອງ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການພັດທະນາເຊື່ອມໂຍງທາງບົກ-ທາງທະເລ ປະຈໍາປີ 2023” ຢູ່ນະຄອນສົງຊິ້ງ, ສປ ຈີນ, ເຊິ່ງການຈັດກອງປະຊຸມຄັ້ງນີ້ ພໍດີເປັນໂອກາດຄົບຮອບ 10 ປີ ຂອງ ຂໍລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ປະກາດອອກໃນປີ 2013 ຜ່ານມາ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕໍ່ ສປປ ລາວ ໂດຍສະເພາະແມ່ນ ການເຊື່ອມໂຍງຍຸດທະສາດ “ຫັນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດແຫ່ງການເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ ເຂົ້າກັບຂໍ້ລິເລີ່ມດັ່ງກ່າວ, ທັງໄດ້ຍົກໃຫ້ເຫັນ ບັນດາກົນໄກການຮ່ວມມື ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ຜົນປະໂຫຍດທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມືດັ່ງກ່າວ, ເຊິ່ງອັນພົ້ນເດັ່ນທີ່ສຸດ ແມ່ນໂຄງການທາງລົດໄຟ ລາວ-ຈີນ ທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ແລະ ກາຍເປັນທ່າແຮງສໍາຄັນ ໃນການພັດທະນາເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ.

ນອກຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ເຂົ້າຮ່ວມພິທີເປີດ ເວທີສົນທະນາການຮ່ວມມືສາກົນ ຊ່ອງທາງໃໝ່ໃນການເຊື່ອມໂຍງທາງບົກ-ທາງທະເລ ຄັ້ງທີ 5 ແລະ ກອງປະຊຸມສົ່ງເສີມການຄ້າ-ການລົງທຶນສາກົນ ພາກຕາເວັນຕົກຈີນ.

ໃນໂອກາດຢ້ຽມຢາມດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ພົບປະກັບ ສະຫາຍ ຢວນ ເຈ່ຍຈຸນ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກນະຄອນສົງຊິ້ງ, ເຊິ່ງ ສະຫາຍ ໄດ້ຕີລາຄາສູງ ຕໍ່ ການກະກຽມກອງປະຊຸມຂອງ ນະຄອນສົງຊິ້ງ, ຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນທ້າຍປີ 2022 ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ດັ່ງກ່າວ ໃນນະຄອນສົງຊິ້ງ; ໄດ້ແຈ້ງສະພາບພົ້ນເດັ່ນພາຍໃນຂອງລາວ ໃຫ້ຝ່າຍຈີນຊາບ, ໄດ້ຕີລາຄາຜົນຂອງການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນນໍາຝ່າຍຈີນ ກ່ຽວກັບ ທິດທາງໃນການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ກໍຄື ລະຫວ່າງ ສປປ ລາວ ກັບ ນະຄອນສົງຊິ້ງ ຂອງ ສປ ຈີນ ໃນຕໍ່ໜ້າ. ສະຫາຍເລຂາຄະນະພັກ ນະຄອນສົງຊິ້ງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຂອງຄະນະຜູ້ແທນລາວ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຂອງຄະນະຜູ້ແທນລາວ ໃນກອງປະຊຸມດັ່ງກ່າວ, ພ້ອມທັງແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ນະຄອນສົງຊິ້ງ ໃນໄລຍະຜ່ານມາ, ພິເສດແມ່ນການປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ໃນການສ້າງ ນະຄອນສົງຊິ້ງ ເປັນສູນກາງໃນການເຊື່ອມຕໍ່ເຊື່ອມໂຍງກັບພາກພື້ນ ທັງທາງບົກ ແລະ ທາງທະເລ.

ໃນການພົບປະ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຕີລາຄາສູງ ຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດບັນດາແຜນການຮ່ວມມື ລະຫວ່າງ ສອງພັກ, ກົນໄກການຮ່ວມມືຕ່າງໆ ລະຫວ່າງ ສອງລັດ ລາວ-ຈີນ ຢ່າງຕັ້ງໜ້າ ແລະ ນັບມື້ນັບເປັນຮູບປະທໍາ, ໄດ້ຕີລາຄາສູງ ຕໍ່ ຜົນສໍາເລັດການຢ້ຽມຢາມລັດຖະກິດ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນທ້າຍປີ 2022 ຜ່ານມາ ແລະ ເຫັນດີເປັນເອກະພາບກັນໃນການຊຸກຍູ້ ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ລະຫວ່າງ ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version