Home ຂ່າວການເມືອງ ສື່ມວນຊົນຮ່ວມແລກປ່ຽນບົດຮຽນກະກຽມໃຫ້ແກ່ກອງປະຊຸມສຸດຍອດສື່ມວນຊົນອາຊີ ຄັ້ງທີ 18

ສື່ມວນຊົນຮ່ວມແລກປ່ຽນບົດຮຽນກະກຽມໃຫ້ແກ່ກອງປະຊຸມສຸດຍອດສື່ມວນຊົນອາຊີ ຄັ້ງທີ 18

0

ສື່ມວນຊົນຈາກປະເທດໃນອາຊີ-ປາຊີຟິກຫລາຍກວ່າ 50 ຄົນ, ໃນນີ້ ມີສື່ມວນຊົນຈາກລາວ 2 ຄົນ (ຈາກວິທະຍຸກະ ຈາຍສຽງແຫ່ງຊາດລາວ) ເຂົ້າຮ່ວມກອງປະຊຸມພາຍໃຕ້ຫົວຂໍ້: “ການຮູ້ທັນສື່ – ການສ້າງສັງຄົມທີ່ເຂົ້າເຖີງຂໍ້ມູນຂ່າວສານຫລາຍຂຶ້ນກວ່າເກົ່າ” ເຊີ່ງຈັດຂຶ້ນຢູ່ບາຫລີ, ປະ ເທດອິນໂດເນເຊຍໃນລະຫວ່າງວັນທີ 21-22 ພຶດສະພາ 2023.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນກ່ຽວກັບການຮູ້ທັນສື່ ແລະ ຄວາມສໍາຄັນຂອງມັນໃນຍຸກແຫ່ງດິຈິຕອລໃຫ້ເລິກເຊີ່ງກວ່າເກົ່າ, ທັງເປັນການສຳຫລວດບົດບາດຂອງສື່ມວນຊົນໃນການຊຸກຍູ້ສົ່ງເສີມການຮູ້ເທົ່າທັນສື່ຂອງຊຸມຊົນ ກໍຄື ປະຊາຊົນໃນຂົງເຂດອາຊີ-ປາຊີຟິກ. ນອກຈາກນີ້ ຍັງເປັນການເພີ່ມຄວາມຮູ້ ແລະ ທັກສະທີ່ຈໍາເປັນຂອງສື່ມວນຊົນເພື່ອເຮັດໃຫ້ການຊຸກຍູ້ສົ່ງເສີມການຮູ້ທັນສື່ທີ່ມີປະສິດທິຜົນຍີ່ງຂຶ້ນ, ທັງເປັນການຊຸກຍູ້ການສ້າງເຄືອຂ່າຍ ແລະການຮ່ວມມືລະ ຫວ່າງສື່ມວນຊົນຈາກອາຊີ-ປາຊີຟິກ ແລະ ພາກພື້ນອື່ນໆ.

ສໍາລັບກອງປະຊຸມພາຍໃຕ້ຫົວຂໍ້ “ການຮູ້ທັນສື່ – ການສ້າງສັງຄົມທີ່ເຂົ້າເຖີງຂໍ້ມູນຂ່າວສານຫລາຍຂຶ້ນກວ່າເກົ່າ” ຈັດຂຶ້ນ ໂດຍສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊີຟິກ (AIBD) ຮ່ວມກັບ ສະຖາບັນພັດ ທະນາສັງຄົມ ຂໍ້ມູນຂ່າວສານເກົາຫລີ ( KISDI), ເຊີ່ງແມ່ນ

ຫນຶ່ງໃນຫລາຍກອງປະຊຸມທີ່ຈັດຂຶ້ນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສື່ມວນຊົນອາຊີ ຄັ້ງທີ 18 ປີ 2023 ພາຍໃຕ້ຫົວຂໍ້ “ ສື່ມວນຊົນຊ່ວຍຊຸກຍູ້ສົ່ງເສີມເສດຖະກິດໃຫ້ມີຄວາມຫມັ້ນຄົງ” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-24 ພຶດສະພາ 2023 ຢູ່ສະຖານທີ່ດຽວກັນນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version