Home ຂ່າວຕ່າງປະເທດ ອຸນຫະພູມທົ່ວໂລກ ຈະເພີ່ມຂຶ້ນສູ່ລະດັບສະຖິຕິໃໝ່ໃນ 5 ປີຕໍ່ໜ້າ

ອຸນຫະພູມທົ່ວໂລກ ຈະເພີ່ມຂຶ້ນສູ່ລະດັບສະຖິຕິໃໝ່ໃນ 5 ປີຕໍ່ໜ້າ

0

ຕາມ​ຂ່າວ​ຈາກ ວິທະຍຸ ສາ​ກົນ ຫວຽດນາມ,ອົງການ ອຸຕຸນິຍົມໂລກ (WMO) ໄດ້ກ່າວ ເຕືອນວ່າ: ອຸນຫະພູມ ໃນທົ່ວໂລກ ອາດຈະ ເພີ່ມຂຶ້ນ ເຖິງລະດັບ ສະຖິຕິ​ໃໝ່ ໃນໄລຍະແຕ່ ປີ 2023 – 2027 ຫລື ອີກ 5ປີ​ຕໍ່ໜ້າ ຍ້ອນສະພາບ ອາຍພິດ ເຮືອນແກ້ວ ແລະ ສະພາບການ ​ເອລນີ​ໂນ(El Nino) ເກີດຂຶ້ນ. ຫລັງ​ຈາກ ອຸນຫະພູມ ທົ່ວ ໂລກ ໃນປີກາຍ ສູງກ່ວາ 1,15 ອົງສາ​ເຊ ເມື່ອທຽບໃສ່ ລະດັບ ສະເລ່ຍ ຂອງຊຸມປີ 1850 –1900.​ໃນ​ໂອກາດ​ນີ້ ທ່ານ Petteri Taalas, ເລຂາ ທິການໃຫຍ່ WMO ໃຫ້ຮູ້ວ່າ: ບົດລາຍງານນີ້ ບໍ່ໝາຍ ຄວາມວ່າ ອຸນຫະພູມ ໜ່ວຍໂລກ ຈະເກີນລະດັບ 1,5 ອົງສາ​ເຊ ຄືດັ່ງທີ່ ໄດ້ວາງອອກ ໃນສັນຍາ ປາຣີ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ. ແຕ່ເຖິງຢ່າງໃດ ກໍ່ຕາມ, WMO ພວມກ່າວເຕືອນວ່າ ລະດັບ ອຸນຫະພູມ ໜ່ວຍໂລກຈະ “ເກີນ” ລະດັບ 1,5 ອົງສາ​ເຊ ເປັນຊົ່ວຄາວ ແລະ ນັບມື້ ນັບ​ເພີ່ມ ​ສູງ​ຂຶ້ນ ອີກ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version