Home ຂ່າວກິລາ ໄທ ຈະເປັນເຈົ້າພາບຈັດການແຂ່ງຂັນຊີເກມ ຄັ້ງທີ 33 ໃນປີ 2025

ໄທ ຈະເປັນເຈົ້າພາບຈັດການແຂ່ງຂັນຊີເກມ ຄັ້ງທີ 33 ໃນປີ 2025

0
Pakistan's delegation parades during the opening ceremony of the 2018 Asian Games at the Gelora Bung Karno main stadium in Jakarta on August 18, 2018. / AFP PHOTO / ADEK BERRY

ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ​ແຫ່ງ ສປ ຈີນ, ​ໄທ ຈະ​ເປັນ​ເຈົ້າພາບ​ ຈັດການ ​ແຂ່ງຂັນ ຊີ​ເກ​ມ ຄັ້ງທີ 33 ​ໃນ​ປີ 2025 ພາຍຫລັງ ກຳປູ​ເຈຍ ​ໄດ້​ສົ່ງ​ຕໍ່​ທຸງ ​ສະມາຄົມ ການ​ແຂ່ງຂັນ ກິລາ ​ຊີ​ເກ​ມ ​ໃຫ້​ແກ່ ​ໄທ ໃນ​ພິທີ​ປິດ ​ການ​ແຂ່ງຂັນ​ ກິລາ ​ຊີ​ເກ​ມ ຄັ້ງທີ 32 ​ ໃນ​ວັນ​ທີ17​ ພຶດສະພາ​ນີ້ ໄດ້​ຈັດ​ຂຶ້ນຢ່າງ​ຍິ່ງ​ໃຫຍ່ ​ແລະ ໜ້າ​ປະ​ທົບ​ໃຈ ​ຂອງ​ມວ​ນຊົນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າຮ່ວມ.​ໃນ​ໂອກາດ​ນີ້ ທ່ານ ຮຸນເຊັນ, ນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວປິດຢ່າງ​ເປັນ​ທາງ​ການ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ງານກິລາຊີເກມ ສຳເລັດລົງດ້ວຍ​ຜົນສຳ​ເລັດຢ່າງຈົບງາມ ຊຶ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະເທດ ອາຊີ ຕາເວັນອອກ ສຽງໃຕ້, ການຈັດງານແຂ່ງຂັນຄັ້ງນີ້ຢ່າງປະສົບຜົນສຳເລັດແມ່ນເປັນສ່ວນໜຶ່ງຂອງຈິດໃຈຄວາມສາມັກຄີ, ເຂົ້າອົກເຂົ້າໃຈກັນ, ມິດຕະພາບ ແລະ ​ການເຕົ້າ​ໂຮມ​ກັນ ຂອງ ອາຊຽນ.

ທ່ານ ຮຸນ ເຊັນ ຍັງໄດ້ສະແດງ ຄວາມຂອບໃຈ ຕໍ່ ສປ ຈີນ ທີ່ໄດ້ຊ່ວຍສ້າງ ສະໜາມກິລາ ແຫ່ງຊາດ ກຳປູເຈຍ, ສະໜາມ ກິລາ ດັ່ງກ່າວ ສາມາດ ບັນຈຸ ຜູ້ຊົມ ໄດ້ປະມານ 60.000 ຄົນ, ເປັນສະຖານທີ່ ຈັດພິທີເປີດ-ປິດງານຄັ້ງນີ້ ແລະ ກໍແມ່ນ ສະໜາມກິລາຫລັກຂອງງານແຂ່ງຂັນກິລາຊີເກມ ຄັ້ງນີ້ເຊັ່ນດຽວກັນ.

ຂະນະທີ່ ສສ ຫວຽດນາມ ຢືນຢູ່ ແຖວໜ້າ ເຈົ້າຂອງ ຫລຽນຄຳ ​​ໃນ​ປີ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version