Home ທຸລະກິດ ຫັດຖະ​ກໍາ​ໄມ້ປ່ອງເຮັດໃຫ້​ປະຊາຊົນບ້ານຂອນຈັນມີລາຍໄດ້ຫມັ້ນຄົງ

ຫັດຖະ​ກໍາ​ໄມ້ປ່ອງເຮັດໃຫ້​ປະຊາຊົນບ້ານຂອນຈັນມີລາຍໄດ້ຫມັ້ນຄົງ

0

ຄໍ​ລໍາ​ສົ່ງ​ເສີມ​ສະບັບ​ກ່ອນ ​​ໄດ້​ນໍາ​ສະ​ເໜີ ​ຜະລິດຕະພັນ ຫັດຖະ​ກໍາ​ຫວາຍ ຈາກ​ກຸ່ມ​ຫັດຖະ​ກໍາ​ບ້ານ ທ່າ​ແວ້​ງ​ໄປ​ແລ້ວ ມື້​ນີ້​​ຈະ​ມານໍາ​ສະ​ເໜີກ່ຽວກັບ ​ຫັດຖະ​ກໍາ​ໄມ້ປ່ອງ ຂອງ​ບ້ານ​ຂອນ​ຈັນ ​ເມືອງ​ຄໍາ​ເກີດ ​ແຂວງ​ບໍລິ​ຄໍາ​ໄຊ ທີ່​ປະຊາຊົນ​ ເຊິ່ງສ່ວນ​ໃຫຍ່​ຢຶດ​ຖືເປັນ ອາຊີບ​ເສີມ​ສາມາດເພີ່​ມລາຍ​ຮັບ​ທີ່ຫມັ້ນຄົງໄດ້ເພາະ ອີງ​ຕາມ​ທ່າ​ແຮງ ​ແລະ ​ເງື່ອນ​ໄຂ​ຂອງ​ບ້ານທີ່​ມີປ່າໄມ້ປ່ອງ​ທໍາມະຊາດ ຂະໜາດ​ໃຫຍ່ທີ່​ປະຊາຊົນ​ໄດ້ອະນຸລັກໄວ້ ແລະ ນໍາເອົາມາຫມູນ ໃຫ້ເກີດປະໂຫຍດດ້ານເສດຖະກິດ.

ຄໍ​ລໍາ​ສົ່ງ​ເສີມ​ສະບັບ​ກ່ອນ ​​ໄດ້​ນໍາ​ສະ​ເໜີ ​ຜະລິດຕະພັນ ຫັດຖະ​ກໍາ​ຫວາຍ ຈາກ​ກຸ່ມ​ຫັດຖະ​ກໍາ​ບ້ານ ທ່າ​ແວ້​ງ​ໄປ​ແລ້ວ ມື້​ນີ້​​ຈະ​ມານໍາ​ສະ​ເໜີກ່ຽວກັບ ​ຫັດຖະ​ກໍາ​ໄມ້ປ່ອງ ຂອງ​ບ້ານ​ຂອນ​ຈັນ ​ເມືອງ​ຄໍາ​ເກີດ ​ແຂວງ​ບໍລິ​ຄໍາ​ໄຊ ທີ່​ປະຊາຊົນ​ ເຊິ່ງສ່ວນ​ໃຫຍ່​ຢຶດ​ຖືເປັນ ອາຊີບ​ເສີມ​ສາມາດເພີ່​ມລາຍ​ຮັບ​ທີ່ຫມັ້ນຄົງໄດ້ເພາະ ອີງ​ຕາມ​ທ່າ​ແຮງ ​ແລະ ​ເງື່ອນ​ໄຂ​ຂອງ​ບ້ານທີ່​ມີປ່າໄມ້ປ່ອງ​ທໍາມະຊາດ ຂະໜາດ​ໃຫຍ່ທີ່​ປະຊາຊົນ​ໄດ້ອະນຸລັກໄວ້ ແລະ ນໍາເອົາມາຫມູນ ໃຫ້ເກີດປະໂຫຍດດ້ານເສດຖະກິດ.ຜ່ານປະຊາຊົນຂອນຈັນໄດ້ປູກເສີມໄປພ້ອມກັບການອະນຸລັກ ແລະ ສາມາດ​ນໍາ​ໃຊ້​ໄດ້ ຕາມ​ຄວາມ​ຕ້ອງການ ​ໃນ​ການ​ຜະລິດ​ຫັດຖະ​ກໍາ​ໄມ້ປ່ອງ ​​​ເປັນ​ສິນຄ້າ ​ເພື່ອ​ສ້າງລາ​ຍຮັບ​ສ້າງ​ວຽກ​ໃຫ້​ປະຊາຊົນ​ພາຍ​ໃ ນ​ເມືອງ​ຄໍາ​ເກີດ ​​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.
​ແມ່ ​ແສງ ​ໄຊ​ສົງຄາມ ສະມາຊິກ​ກຸ່ມ​ຫັດຖະ​ກໍາ​ບ້ານ ຂອນ​ຈັນ​ ເວົ້າ​ສູ່​ຟັງ​ວ່າ:  ​ປະຊາຊົນບ້ານ ຂອນ​ຈັນ ​ໂດຍ​ປົກກະຕິ​ແລ້ວ ​ແມ່ນ​ເຮັດ​ອາຊີບ ກະສິກໍາ​ປູກຝັງ​ລ້ຽງສັດ ​ເປັນ​ຫລັກ ​ໃນ​ການຫາ​ລ້ຽງຊີບ ​ແລະ ການ​ສ້າງ​ເສດຖະກິດ​ຄອບຄົວ ​ໂດຍ​ບໍ​ໄດ້​ເຮັດ​ອາ ຊີບອື່ນ ຈົນ​ຕົກ​ມາ​ປີ 2005 ​ໄດ້​ມີ​ໂຄງການ​ຂອງຫວຽດນາມ ​ໄດ້​ເຂົ້າ​ມາ​ສົ່ງ​ເສີມ​ປະຊາຊົນ ທີ່​ມີ​ຄວາມສົນ​ໃຈ ຢາກ​ສ້າງ​ອາຊີບ​ເສີມ​ເພີ່ມ​ລາຍ​ຮັບ ຈາກ​ການ​ກະສິກໍາ ​ກໍ​ຄືຜະລິດຫັດຖະ​ກໍາ ​ໄມ້ປ່ອງ​ໂດຍ​ເຂົາ​ເຈົ້າ​ຈະ​ມາ​ຮັບ​ຊື້​ພາຍຫລັງ​ ທີ່​ປະຊາຊົນ​ເຮັດ​ແລ້ວ ກໍ​ເຮັດ​ມາ​ໄດ້​​ໄລຍະໜຶ່ງ ກໍ​ມີ​ບັນຫາ​ເມື່ອ​ເຂົາ​ເຈົ້າ​ເອົາ​ເຄື່ອງ​ໄປ​​ແລ້ວ​ກໍ​ໄປ​ເລີຍ ​ກຸ່ມຂອງ​ພວກ​ເຮົາ ​ກໍ​ເລີຍ​ແຍກ​ຍ້າຍ​ກັນ​ໄປ​ ຈົນ​ມາ​ຮອດ​ປີ 2015 ກໍ​ມີກຸ່ມ​ຈັກ​ສານ​ໄມ້ປ່ອງ ຈາກ​ນະຄອນຫລວງ​ວຽງຈັນ ກໍ​ໄດ້​ເຈົ້າ​ມາ​ປຸກລະດົມ​ປະຊາຊົນ​ຜະລິດ​ອີກ ​ເຊິ່ງອຸປະກອນ​ທຸກ​ຢ່າງ​ແມ່ນ​ຂອງ​ເຂົ້າໝົດ​ ເຮົາ​ພຽງ​ແຕ່​ເປັນ​ແຮງ​ງານ​ຜະລິດ ກໍ​ຖື​ວ່າ​ໄດ້​ດີ​ສົມຄວນ​ໃນ​ໄລຍະ​ນັ້ນ ​ແຕ່​ເຮັດ​ມາ​ໄລຍະໜຶ່ງງຽບ​ ໄປ​ເພາະ​ຕະຫລາດ​ຍັງ​ບໍ່ກວ້າງ​ຂວາງ ​ກຸ່ມ​ກໍ​ແຍກ​ຍ້າຍ​ອີກ​ເທື່ອໜຶ່ງ ​ແລະ​ ໄດ້​ກັບ​ມາ​ລວມ​ໂຕ​ກັນ​ໃໝ່​ໃນ​ປີ  2019 ​ເຖິງ​ປັດຈຸບັນ ​​ເຊິ່ງເປັນ​ຊຸດ​ທີສາມ​ ​ແມ່ນ​ກະສິກໍາ​ ນະຄອນຫລວງ​ລົງ​ມາ​ສົ່ງ​ເສີມ​ເຮັດ​ກະຕາ ​ໂດຍ​ການຈັດ​ຝຶກ​ອົບ​ຮົບ​ໃຫ້ກ່ຽວກັບ ວິ​ທີ່​ການ​ເຮັດຕ່າງໆ​ໃຫ້​ທີ​ຄວາມ​ສວຍ​ງາມ ​ແລະ ມີ​ຄວາ​ມທົນ​ທານ ຫລັງ​ຈາກ​ເຮັດ​ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ມາ​ຮັບ​ຊື້ ຈາກ​ປະຊາຊົນ ຫລື ມີ​ງານ​ວາງສະ​ແດງ ກໍ​ຈະ​ແຈ້ງ​ໃຫ້​ກຸ່ມ​ເຂົ້າ​ຮ່ວມ ​ເພື່ອ​ເພີ່​ມຕະຫລາດ​ຈໍາໜ່າຍ ​ແລະ ​ເຮັດ​ໃຫ້​ສັງຄົມ​ໄດ້​​ຮູ້ຈັກ​ຜະລິດ​ຕະພັນ​ຈາກ​ບ້ານ ຂອນ​ຈັນ​ຫລາຍ​ຂຶ້ນ .

ແມ່ ​ແສງ ​ເວົ້າ​ເສີມ​ວ່າ:  ອາຊີບ​ນີ້ ​ເປັນ​ອາ​ຊີບ​ເສີມ ​ແຕ່​ເພີ່ມ​ລາ​ຍຮັບ​ໃຫ້​ປະຊາຊົນ ​ໄດ້​ເດືອນ 2-3 ລ້ານ​ກີບ​ຕໍ່​ເດືອ​ນ ກໍ່ຖື​ວ່າ ​ເປັນ​ລາຍ​ຮັບ​ທີ່​ສາມາດ ລ້ຽງຄອບຄົວ ​ແລະ​ສົ່ງ​ລູກ​ຮຽນ​ໄດ້ ​ແຕ່​ຕ້ອງ​ຮູ້ຈັກ​ປະຢັດ​ມັດທະ​ຢັດ​​ໃນ​ສະພາບ​ເສດຖະກິດ​ແບບ​ນີ້  ສະ​ນັ້ນ, ຂໍ ຝາກ​ເຖິງ​ພັກ-ລັດ ​ແກ້​ໄຂ​ບັນຫາ​ທາງ​ດ້ານ​ເສດຖະກິດ ​ເພາະວ່າ​ມັນສົ່ງຜົນ​ກະທົບ​ຕໍ່ການ​ດໍາລົງ​ຊີວິດຢ່າງ​ຫລວງຫລາຍ. ​

ຂຽນ: ມາລີດາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version