Home ບຸນປະເພນີ ຫົວ​ພັນ ສະເຫຼີມສະຫຼອງສວນແກ້ວຫຼັກເມືອງຄົບຮອບ 15 ປີ ຢ່າງ​ຄຶກ​ຄື້ນ

ຫົວ​ພັນ ສະເຫຼີມສະຫຼອງສວນແກ້ວຫຼັກເມືອງຄົບຮອບ 15 ປີ ຢ່າງ​ຄຶກ​ຄື້ນ

0

ພິທີສະເຫຼີມສະຫຼອງສວນແກ້ວຫຼັກເມືອງ ຄົບຮອບ 15 ປີ (ວັນທີ 17/5/2008 – 17/5/2023) ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ ແລະ ສໍາເລັດວັນທີ 17 ພຶດສະພາ 2023 ທີ່ເດີ່ນສວນແກ້ວຫຼັກເມືອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍ​ມີ​ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ມີບັນດາການນໍາ, ອະດີດການນໍາແຂວງ, ເຈົ້າເມືອງ 10 ເມືອງທົ່ວແຂວງ, ພະແນກການຂອງແຂວງ ຕະຫຼອດ​ຮອດນັກທຸລະກິດ ຊາວຄ້າຂາຍ, ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.

ຕະຫຼອດໄລຍະທີ່ແຂວງຫົວພັນໄດ້ສ້າງສວນແກ້ວຫຼັກເມືອງສໍາເລັດໃນປີ 2008 ເປັນຕົ້ນມາ ການນໍາແຂວງ, ການນໍາເມືອງຊໍາເໜືອ ໄດ້ນໍາພາມວນຊົນຈັດພິທີສະເຫຼີມສະຫຼອງໃນທຸກໆປີ ເມື່ອຄົບຮອບວັນສ້າງຕັ້ງ, ປີ 2023 ເປັນອີກປີໜື່ງທີມີຄວາມໝາຍຄວາມສໍາຄັນ, ການນໍາແຂວງ ແລະ ເມືອງຊໍາເໜືອ ໄດ້ພ້ອມກັນຈັດພິທີສະເຫຼີມສະຫຼອງຂຶ້ນຢ່າງຍິ່ງໃຫຍ່ ທີ່ປະກອບມີຫຼາຍກິດຈະກໍາຄື: ການວາງສະແດງສິນຄ້າ ຜະລິດຕະພັນຂອງ 10 ເມືອງທົ່ວແຂວງ ແລະ ຕະຫຼາດນັດ, ງານປະກວດນາງສາວຜ້າໄໝມ້ອນ, ພິທີທາງສາສະໜາ, ຕັ້ງກອງທານ ແລະ ພິທີຕັກບາດຢາດນໍ້າ ເພື່ອອຸທິດສ່ວນບຸນກຸສົນແດ່ຜູ້ທີ່ມີຄຸນງາມຄວາມດີປະກອບສ່ວນສ້າງສາພັດທະນາແຂວງຫົວພັນໃນໄລຍະຜ່ານມາທີ່ລ່ວງລັບໄປ ຊຶ່ງເຮັດໃຫ້ງານບຸນໃນປີນີ້ມີບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.

ສວນແກ້ວຫຼັກເມືອງແຫ່ງນີ້ໄດ້ສ້າງຂຶ້ນ ແນໃສ່ສ້າງໃຫ້ມີສູນລວມທາງດ້ານຈິດໃຈ, ເຊີດຊູກຽດສັກສີ, ຊື່ສຽງ, ນາມມະຍົດມູນເຊື້ອວິລະຊົນຂອງປະຊາຊົນບັນດາເຜົ່າຊາວແຂວງຫົວພັນ ຊຶ່ງດິນແດນແຫ່ງນີ້ ໄດ້ເປັນເຂດທີ່ໝັ້ນຂອງການປະຕິວັດ, ເປັນຖິ່ນກໍາເນີດ ຂອງພັກປະຊາຊົນ ປະຕິວັດລາວ, ເປັນຖິ່ນກໍາເນີດກອງທັບປະຊາຊົນລາວ, ເປັນສູນກາງການນໍາພາ-ຊີ້ນໍາ ການປະຕິວັດຊາດ ຈົນສາມາດປົດ​ປ່ອຍ​ປະ​ເທດ​ຊາດຢ່າງສົມບູນໃນວັນທີ 2 ທັນວາປີ 1975. ສວນແກ້ວຫຼັກເມືອງ ຈຶ່ງກາຍເປັນສັນຍາລັກແຫ່ງຄວາມກະຕັນຍູຮູ້ບຸນຄຸນຂອງຊາວແຂວງຫົວພັນ ຕໍ່ກັບບັນພະບູລຸດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ມີຄຸນງາມຄວາມດີຕໍ່ພະລະກິດປະຕິວັດຊາດ ກໍຄືພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ.

ຕະຫຼອດໄລຍະ 15 ປີຜ່ານມາ ຫຼັງຈາກມີສວນແກ້ວຫຼັກເມືອງທີ່ເປັນສູນລວມທາງດ້ານຈິດໃຈຂອງປະຊາຊົນບັນດາເຜົ່າຊາວແຂວງຫົວພັນ ສາມາດເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ GDP ໃນປີ 2023 ບັນລຸໄດ້ 400 ຕື້ກວ່າກີບ ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໄດ້ຮັບ 14 ລ້ານກວ່າກີບຕໍ່ຄົນຕໍ່ປີ, ລາຍຮັບຕົ້ນຕໍແມ່ນໄດ້ມາຈາກການປູກຝັງ-ລຽ້ງສັດແບບຄອບຄົວ, ເປັນຟາມ ໄດ້ມີການຂະຫຍາຍຕົວເພິ່ມຂຶ້ນ, ມີຫຼາຍບ້ານ, ຫຼາຍຄອບຄົວໄດ້ກາຍເປັນຕົວແບບໃນການພັດທະນາ, ດ້ານການບໍລິການ, ດ້ານສາທາລະນະສຸກ, ດ້ານໂທລະຄົມ​ມະ​ນາ​ຄົມໃນທົ່ວແຂວງມີຄວາມສະດວກ ທົ່ວເຖິງເຂດຫ່າງໄກສອກຫຼີກ, ເດັກໃນເກນອາຍຸໄດ້ເຂົ້າຮຽນຕາມແຕ່ລະຊັ້ນຮຽນ, ກົງຈັກການຈັດຕັ້ງແຕ່ລະຂັ້ນກໍໄດ້ຮັບການປັບປຸງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ, ທົ່ວແຂວງຫົວພັນ ໄດ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ເລີດໄຊຍະເດດ ເພັດເມືອງໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version