Home ຂ່າວພາຍໃນ ດາກຈຶງ-ນາມຢາງ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

ດາກຈຶງ-ນາມຢາງ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

0

ກອງປະຊຸມແລກປ່ຽນ ວຽກງານປ້ອງກັນຄວາມສະຫງົບເຂດຊາຍແດນ ປະຈຳປີ 2023 ລະຫວ່າງ ກອງບັນຊາການ ປກສ ເມືອງດາກຈຶງ ແຂວງເຊກອງ ສປປ ລາວ ແລະ ກອງບັນຊາການ ປກສ ເມືອງນາມຢາງ ແຂວງກວາງນາມ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ພຶດສະພາ 2024 ນີ້, ທີ່ເມືອງນາມຢາງ, ຝ່າຍເມືອງດາກຈຶງນຳໂດຍສະຫາຍ ພັທ ຫຸມໃຈ ແກ້ວສີບຸນເຮືອງ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ຝ່າຍເມືອງນາມຢາງນຳໂດຍສະຫາຍ ພັທ ຫງວຽນ ຕ່ຽນ ດາດ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງນາມຢາງ, ສະຫາຍ ພັທ ຟ່າມ ຫວຽດ ແອັງ ຮອງຫົວໜ້າກອງບັນຊາການ ປກສ ເທດສະບານດ້ຽນບານ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ກອງບັນຊາການ ປກສ ທັງສອງເມືອງ ໄດ້ຜັດປ່ຽນກັນຂຶ້ນລາຍງານການເຄື່ອນໄຫວວຽກງານ ແລະ ການຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳ ປະຈໍາປີ 2022 ໃຫ້ກັບຊາບ. ຫລັງນັ້ນ, ຜູ້ແທນທັງສອງຝ້າຍກໍໄດ້ປະກອບຄໍາຄິດຄໍາເຫັນ, ປຶກສາຫາລື ແລະແລກປ່ຽນບົດເຊິ່ງກັນ ແລະ ກັນໃນວຽກງານຕ່າງໆ ເປັນຕົ້ນ: ວຽກງານຄວາມສະຫງົບທາງດ້ານການເມືອງ, ວຽກງານຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສະພາບຂອງປະຊາຊົນຕາມລຽບຊາຍແດນ ແລະ ຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳ ປີ 2022, ທັງນີ້ ກໍເພື່ອເປັນການຍົກສູງການປະສານສົມທົບຮ່ວມມືກັນ ໃນການປົກປັກຮັກສາຊາຍແດນຂອງສອງເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ໃຫ້ພົນລະເມືອງແຕ່ລະຝ່າຍ ໄດ້ໄປມາຫາສູ້ຢ້ຽມຢາມ, ແລກປ່ຽນຊື້-ຂາຍສີນຄ້າຢ່າງສະດວກສະບາຍ, ຖືກຕ້ອງ, ສອດຄ່ອງຕາມລະບຽບ, ກົດໝາຍຂອງສອງປະເທດ ເພື່ອຍູ້ແຮງການພັດທະນາເສດຖະກິດ-ຂອງສອງເມືອງໃຫ້ນັບມື້ດີຂຶ້ນ.

ໃນຕອນທ້າຍ, ທັງສອງຝ່າຍກໍໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈໍາການຮ່ວມມື ປະຈຳປີ 2023 ຕື່ມອີກ.

ຂ່າວ-ພາບ: ພຸດທະໄຊ ຍົວມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version