Home ຂ່າວກິລາ ລັດຖະມົນຕີ ສສກ ເດີນທາງໃຫ້ກຳລັງໃຈທີມຊາດລາວ ຢູ-17 ຝຶກຊ້ອມຢູ່ກາຕາ ກຽມຮ່ວມຊີງແຊ໋ມອາຊີ ຮອບສຸດທ້າຍ

ລັດຖະມົນຕີ ສສກ ເດີນທາງໃຫ້ກຳລັງໃຈທີມຊາດລາວ ຢູ-17 ຝຶກຊ້ອມຢູ່ກາຕາ ກຽມຮ່ວມຊີງແຊ໋ມອາຊີ ຮອບສຸດທ້າຍ

0

ເມື່ອວັນທີ 16 ພຶດສະພາ 2023, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ພ້ອມດ້ວຍຄະນະໄດ້ເດີນທາງໄປ ໃຫ້ກຳລັງໃຈ ຄະນະນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼື ຢູ-17 ທີ່ເຂົ້າສູນຝຶກຊ້ອມທີ່ປະເທດກາຕາ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນເຕະບາຍ ຢູ-17 ຊີງແຊ໋ມອາຊີ ຮອບສຸດທ້າຍທີ່ປະເທດໄທ ເປັນເຈົ້າພາບ.

ໂອກາດນີ້, ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າຄະນະນໍານັກກິລາ ຢູ-17 ໄດ້ລາຍງານໃຫ້ຮູ້ວ່າ: ທີມຊາດລາວ ຢູ-17 ໄດ້ເລີ່ມເກັບຕົວຝຶກຊ້ອມມາຕັ້ງແຕ່ເດືອນມີນາ 2023 ເປັນຕົ້ນມາ ໂດຍ ມີຄູຝຶກເປັນ ຄົນລາວຄືທ່ານ ກັນລະຍາ ສີສົມຫວັງ ໂດຍເບື້ອງຕົ້ນໄດ້ຮຽກຕົວນັກກິລາເຍົາວະຊົນ ຈໍານວນ 35 ຄົນ ຈາກບັນດາແຂວງ, ສະໂມສອນຕ່າງໆທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຝຶກຊ້ອມເພື່ອຄັດເລືອກ. ສ່ວນການເດີນທາງມາເຂົ້າສູນຝຶກຊ້ອມ ທີ່ ກາຕາ ໃນຄັ້ງນີ້ ແມ່ນໄດ້ດຳເນີນມາແຕ່ວັນທີ 15 ພຶດສະພາຈົນຮອດວັນທີ 6 ມິຖຸນາ 2023. ການເຂົ້າສູນຝຶກຊ້ອມຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອອຸປະຖຳທາງດ້ານງົບປະມານຈາກປະເທດກາຕາ ເນື່ອງຈາກສປປ ລາວ ແລະ ກາຕາ ມີສາຍພົວພັນອັນດີງາມຕໍ່ກັນ ໂດຍສະເພາະແມ່ນລະຫວ່າງ ສຕລ ແລະ ສະຫະພັນບານເຕະແຫ່ງຊາດກາຕາ ທີ່ມີການພົວພັນທີ່ດີຮ່ວມກັນ (ຊຶ່ງງົບປະມານຈໍານວນນີ້ແມ່ນນໍາໄປໃຊ້ໃນດ້ານອື່ນບໍ່ໄດ້).

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຜ່ານມາຂອງ ສຕລ ພ້ອມຮຽກຮ້ອງ ໃຫ້ຄະນະນຳ ສຕລ ພ້ອມຄູຝຶກ, ນັກກິລາທຸກຄົນຈົ່ງຕັ້ງໃຈເຮັດໃຫ້ດີທີ່ສຸດ ເນື່ອງຈາກຜົນສຳເລັດນີ້ຄືຄວາມຫວັງຂອງປະເທດຊາດ ຈົ່ງຕັ້ງໃຈ ເຮັດໜ້າທີ່ສຸດຄວາມສາມາດ ເພື່ອຍາດໄດ້ໄຊຊະນະ ແລະ ຜ່ານເຂົ້າຮອບໃຫ້ໄດ້ ອັນເປັນກຽດແລະ ສັກສີໃຫ້ກັບ ປະເທດຊາດ, ຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ສຸມທຸກກຳລັງໃນການຝຶກຊ້ອມດ້ານຕ່າງໆ ບໍ່ວ່າຈະເປັນດ້ານເຕັກນິກ ຫຼື ດ້ານພະລະກໍາລັງ, ໃຫ້ຢູ່ຮ່ວມກັນແບບຄອບຄົວດຽວກັນ, ເປັນຈິດໜຶ່ງໃຈດຽວກັນ, ສໍາຄັນທີ່ສຸດແມ່ນໃຫ້ມິລະບຽບວິໄນ, ເຄົາລົບ ໃນອົງການຈັດຕັ້ງ.

ສຳລັບລາຍການແຂ່ງຂັນນີ້ ແມ່ນຈັດຂຶ້ນລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023 ທີ່ປະເທດໄທ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:

– ກຸ່ມ A : ໄທ (ເຈົ້າພາບ), ເຢເມນ, ມາເລເຊຍ ແລະ ລາວ;

– ກຸ່ມ B : ສ.ເກົາຫລີ, ອີຣານ, ອັບການິດສະຖານ ແລະ ກາຕາ;

– ກຸ່ມ C : ທາຈິກິດສະຖານ, ອົດສະຕຣາລີ, ຊາອຸດິອາຣະເບຍ, ສປ ຈີນ;

– ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອູຊະເບກິດສະຖານ.

ໂດຍແຂ່ງຂັນຢູ່ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023.

ຕາຕະລາງການແຂ່ງຂັນທີມຊາດລາວ

– ວັນທີ 15/06/2023 ເວລາ 19:00 ໄທ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາປະທຸມທານີ

– ວັນທີ 18/06/2023 ເວລາ 17:00 ເຢເມນ ພົບ

ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ

– ວັນທີ 21/06/2023 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ

ພາບ-ຂໍ້ມູນ: ສຕລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version