Home ຂ່າວຕ່າງປະເທດ ຝຣັ່ງ ຈັດກອງປະຊຸມຄັ້ງທີ 216 ສະພາບໍລິຫານງານຢູເນສໂກ

ຝຣັ່ງ ຈັດກອງປະຊຸມຄັ້ງທີ 216 ສະພາບໍລິຫານງານຢູເນສໂກ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ກອງປະຊຸມ ຄັ້ງທີ 216 ສະພາ ບໍລິຫານງານຂອງອົງການສຶກສາ-ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາ​ຊາດ (ສປຊ) ຫລື ຢູ​ເນສ​ໂກ (UNESCO) ຈັດຂຶ້ນ ​ເມື່ອ​ບໍ່​ດົນ​ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ. ​ໃນ​ໂອກາດ​ນີ້ ທ່ານ ຮ່າກິມ ງັອກ ຮອງລັດຖະມົນຕີການຕ່າງປະເທດ ສສ ຫວຽດນາມ, ປະທານຄະນະ ກຳມະການແຫ່ງຊາດ UNESCO ສສ ຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຄະນະເລຂາ ແລະ ຜູ້ອຳ ນວຍການໃຫຍ່ UNESCO ໃນການປຸກລະດົມແຫລ່ງກຳລັງ, ສຳຜັດຫລາຍສົ້ນ, ຜັນຂະຫຍາຍໂຄງການເຄື່ອນໄຫວຢ່າງມີປະສິດທິຜົນ, ໜູນຊ່ວຍບາງປະເທດສະມາຊິກທີ່ປະສົບກັບວິກິດການຫລັງ​ພະຍາດລະບາດໂຄວິດ-19 ຢ່າງທັນການ. ຂະນະ​ທີ່ ສສ ຫວຽດນາມ ຊຸກຍູ້ການຮ່ວມມືຫລາຍຝ່າຍ ແລະ ຄວາມສະໜິດຕິດພັນກັບບັນດາຂົງເຂດຮ່ວມມືວິຊາສະເພາະ ຂອງ UNESCO. ສສ ຫວຽດນາມ ໄດ້ສະເຫລີມສະຫລອງ 50 ປີແຫ່ງ ສົນທິສັນຍາມໍລະດົກ ໂລກ, ສະເຫລີມສະຫລອງ 20 ປີ ແຫ່ງວັນສົນທິສັນຍາວ່າດ້ວຍການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ຈະຈັດກອງປະຊຸມສາກົນ ກ່ຽວກັບ ການເສີມຂະຫຍາຍບົດບາດນາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງຢູ່ ສສ ຫວຽດນາມ ໃນເດືອນ ກໍລະກົດປີ​ນີ້ ​ໂດຍ​ມີເປົ້າໝາຍຫັນບັນດານາມມະຍົດ UNESCO ກາຍເປັນກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version