Home ຂ່າວຕ່າງປະເທດ ອາຊຽນ ໃຈກາງການເຕີບໂຕທາງດ້ານເສດຖະກິດແຫ່ງໃໝ່

ອາຊຽນ ໃຈກາງການເຕີບໂຕທາງດ້ານເສດຖະກິດແຫ່ງໃໝ່

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ໄດ້ປິດລົງຢູ່ອິນໂດເນເຊຍ. ກອງປະຊຸມສຸດຍອດປີນີ້ມີຫົວຂໍ້ວ່າ “ຈຸດປະສົງຂອງອາຊຽນ: ໃຈກາງແຫ່ງການເຕີບໂຕ” ຊຶ່ງອິນໂດເນເຊຍປະເທດປະທານໝູນວຽນຂອງອາຊຽນກ່າວວ່າ: ຫວັງວ່າອາຊຽນຈະສືບຕໍ່ຮັກສາໃຫ້ເສດຖະກິດເຕີບໂຕຢ່າງວ່ອງໄວ, ກວມລວມ ແລະ ຕໍ່ເນື່ອງໃນຖານະເປັນໃຈກາງແຫ່ງການພັດທະນາເສດຖະກິດຂອງພາກພື້ນ.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວໃນພິທີເປີດກອງປະຊຸມສຸດຍອດວ່າ: ການເຕີບໂຕຂອງເສດຖະກິດອາຊຽນສູງກວ່າລະດັບສະເລ່ຍຂອງທົ່ວໂລກຫຼາຍ, ມີທ່າແຮງຫຼາຍດ້ານເຊັ່ນ:ແຮງງານຫຼາຍ, ອັດຕາລ້ຽງຜູ້ເຖົ້າ ແລະ ເດັກຕໍ່າ, ພາກພື້ນມີສະຖຽນລະພາບ ແລະ ອື່ນໆ. ໃນໄລຍະເປີດກອງປະຊຸມສຸດຍອດຜູ້ນຳ ແລະ ເຈົ້າໜ້າທີ່ຊັ້ນສູງຂອງບັນດາປະເທດສະມາຊິກອາຊຽນໄດ້ຈັດການເຈລະຈາສອງຝ່າຍ ແລະ ຫຼາຍຝ່າຍ, ຜູ້ນຳຂອງອິນໂດເນເຊຍ ແລະ ຫວຽດນາມ ໄດ້ກ່າວວ່າ ຈະພະຍາຍາມຮ່ວມກັນເພື່ອເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸເຖິງ 15 ຕື້ໂດລາ ໃນປີ 2028.

ໃນໄລຍະເປີດກອງປະຊຸມສຸດຍອດ, ທ່ານ ໂຈໂກ ວີໂດໂດ ຊີ້ໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP) ແມ່ນເນື້ອໃນສຳຄັນຂໍ້ໜຶ່ງໃນການເພີ່ມທະວີການຮ່ວມມືກວມລວມຂອງອາຊຽນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version