Home ຂ່າວຕ່າງປະເທດ “ແຜນແມ່ບົດຮອບພັນປີ” ທີ່ພົວພັນເຖິງເຊັ່ນລູກເຊັ່ນຫຼານຂອງຊາວຈີນ

“ແຜນແມ່ບົດຮອບພັນປີ” ທີ່ພົວພັນເຖິງເຊັ່ນລູກເຊັ່ນຫຼານຂອງຊາວຈີນ

0

ນະຄອນຫຼວງປັກກິ່ງ ໄດ້ສ້າງຕັ້ງຂຶ້ນມາເປັນເວລາ 3.000 ກວ່າປີແລ້ວ ແລະມີປະຫວັດຄວາມເປັນມາຫຼາຍກວ່າ 860 ປີ ທີ່ເປັນນະຄອນຫຼວງ, ມາຮອດປັດຈຸບັນນີ້ຍັງຄົງສະແດງໃຫ້ເຫັນເຖິງສະຕິປັນຍາຂອງຄົນບູຮານໃນການສ້າງຕົວເມືອງ ແລະ ຄວາມສະຫງ່າລາສີຂອງນະຄອນຫຼວງ. ແຕ່ນະຄອນຫຼວງປັກກິ່ງໃນສະຕະວັດທີ 21, ເຖິງວ່າມີຄວາມຈະເລີນຮຸ່ງເຮືອງແບບບໍ່ເຄີຍມີມາກ່ອນກໍຕາມ, ແຕ່ກໍປະເຊີນກັບບັນຫາ ຕ່າງໆຂອງຕົວເມືອງໃຫຍ່. ທ່ານ ສີຈິ້ນຜິງ ປະທານປະເທດຈີນສະເໜີວ່າ: “ການສ້າງສາ ແລະ ຄຸ້ມຄອງນະຄອນຫຼວງໃຫ້ດີ, ແມ່ນເນື້ອໃນສຳຄັນທີ່ເຮັດໃຫ້ລະບົບ ແລະ ຄວາມສາມາດດ້ານການປົກຄອງບໍລິຫານປະເທດຫັນເປັນທັນສະໄໝ.”

ເພື່ອແບ່ງວຽກງານທີ່ບໍ່ຈຳເປັນອອກຈາກນະຄອນຫຼວງປັກກິ່ງ, ຕ້ອງວາງແຜນສ້າງສະຖານທີ່ຮອງຮັບເອົາແບບລວມສູນທີ່ມີຂະໜາດໃຫຍ່ສົມຄວນ. ຫຼັງຈາກຫຼາຍພາກສ່ວນ ແລະ ຊ່ຽວຊານຫຼາຍທ່ານວິພາກຕາມຫຼັກວິທະຍາສາດຫຼາຍເທື່ອ, ໃນທີ່ສຸດ, ໂດຍພິຈາລະນາເຖິງທີ່ຕັ້ງດ້ານພູມສາດ, ຄົມມະນາຄົມ, ທີ່ດິນ, ຄວາມສາມາດຮອງຮັບໄດ້ຂອງສິ່ງແວດລ້ອມ, ສະພາບການພັດທະນາດ້ານປະຊາກອນ ແລະ ເສດຖະກິດ-ສັງຄົມ ແລະ ອື່ນໆ, ພ້ອມທັງໄດ້ຖອດຖອນບົດຮຽນຈາກສາກົນຢ່າງເຕັມສ່ວນແລ້ວ, ມາຮອດເດືອນເມສາ ປີ 2017, ຈີນໄດ້ວາງຂໍ້ຕົກລົງສ້າງເຂດໃໝ່ສົງອ່ານ ທີ່ຫ່າງຈາກນະຄອນຫຼວງປັກກິ່ງ 100 ກວ່າກິໂລແມັດ. ທ່ານສີຈິ້ນຜິງ ເຫັນວ່າ, ນີ້ແມ່ນ “ແຜນແມ່ບົດຮອບພັນປີ” ທີ່ພົວພັນເຖິງເຊັ່ນລູກ ເຊັ່ນຫຼານຂອງຊາວຈີນ.

ໃນໄລຍະ 6 ປີ ນັບແຕ່ປີ 2017 ຫາປີ 2023, ຈາກບໍ່ມີຮອດມີ, ຈາກແຜນການຮອດເຂດຕົວຈິງ, ເຂດໃໝ່ສົງອ່ານ ຊຶ່ງເປັນຕົວເມືອງທັນສະໄໝທີ່ມີລະດັບສູງແຫ່ງນີ້ພວມໄດ້ຮັບການພັດທະນາ. ໃນເວລາທີ່ເຄື່ອນໄຫວສຳຫຼວດວຽກງານຢູ່ເຂດໃໝ່ສົງອ່ານ, ທ່ານ ສີຈິ້ນຜິງ ກ່າວວ່າ: ການຄົມມະນາຄົມແມ່ນສາຍເລືອດຂອງຕົວເມືອງໃນສະໄໝປັດຈຸບັນ, ຕ້ອງສ້າງເຄືອຂ່າຍຄົມມະນາຄົມແບບສັງລວມ, ນຳໃຊ້ຊ່ອງທາງໃຕ້ດິນຢ່າງເຕັມສ່ວນ, ສຸມກຳລັງສ້າງຕົວເມືອງອະນາຄົດທີ່ບໍ່ເກີດ ບັນຫາຕົວເມືອງ. ໃນຂະນະດຽວກັນນັ້ນ, ການສ້າງເຂດໃໝ່ສົງອ່ານໃຫ້ດີ, ສິ່ງສຳຄັນແມ່ນໃຫ້ປະຊາຊົນຢູ່ເຢັນເປັນສຸກ ແລະ ມີວຽກເຮັດງານທຳ, ໃຫ້ປະຊາຊົນມີຄວາມໝັ້ນຄົງ, ມີຄວາມສະຫງົບ ແລະ ມີຄວາມໄຝ່ຝັນ. ພ້ອມກັນນັ້ນ, ຍັງຕ້ອງຊຸກຍູ້ການບໍລິຫານຕົວເມືອງແບບທັນສະໄໝ, ຕັ້ງໜ້າຊຸກຍູ້ການບໍລິການສາທາລະນະຂັ້ນພື້ນຖານໃຫ້ມີຄວາມສະເໝີພາບກັນ ເພື່ອສ້າງຕົວເມືອງປະຊາຊົນທີ່ໜ້າເຮັດ ວຽກ ແລະ ໜ້າຢູ່ໃນຍຸກໃໝ່.

ໂດຍ: ຊີອາໄອ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version