Home ຂ່າວຕ່າງປະເທດ ການທ່ອງທ່ຽວທົ່ວໂລກຟື້ນຕົວຄືນເຖິງ 80%

ການທ່ອງທ່ຽວທົ່ວໂລກຟື້ນຕົວຄືນເຖິງ 80%

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການທ່ອງທ່ຽວໂລກ ຂອງອົງການສະຫະປະຊາຊາດໄດ້ປະກາດບົດລາຍງານ “ພະຍາກອນການທ່ອງທ່ຽວໂລກ” ໂດຍກ່າວວ່າ: ການທ່ອງ ທ່ຽວທົ່ວໂລກໄດ້ຟື້ນຕົວຄືນເຖິງ 80% ຂອງລະດັບກ່ອນເກີດພະຍາດໂຄວິດ-19.

ບົດລາຍງານຊີ້ໃຫ້ເຫັນວ່າ: ຈຳນວນນັກທ່ອງທ່ຽວທົ່ວໂລກໃນໄຕມາດທີ 1 ຂອງປີ 2023 ໄດ້ເພີ່ມຂຶ້ນຫຼາຍກວ່າໄລຍະເວລາດຽວກັນຂອງປີ 2022 ເຖິງ 1 ເທົ່າ ໂດຍບັນລຸ 235 ລ້ານເທື່ອຄົນ. ໃນໄຕມາດທີ 1 ປີ 2023 ຢູ່ແຫ່ງຕ່າງໆທົ່ວໂລກມີນັກທ່ອງທ່ຽວຫຼາຍຂຶ້ນຢ່າງວ່ອງໄວ, ເຂດຕາເວັນອອກກາງຮັກສາຖານະນຳໜ້າ, ຈຳນວນນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຟື້ນຟູເຖິງລະດັບກ່ອນເກີດພະຍາດໂຄວິດ-19 ເທົ່ານັ້ນ, ຍັງຫຼາຍກວ່ານັ້ນອີກ 15%. ນອກຈາກນີ້, ການທ່ອງທ່ຽວຢູ່ເອີຣົບໄດ້ຟື້ນຟູເຖິງ 90% ຂອງລະດັບກ່ອນເກີດພະຍາດໂຄວິດ-19, ອາຟຣິກາບັນລຸເຖິງ 88%, ທະວີບອາເມຣິກາເໜືອ ແລະ ອາເມຣິກາໃຕ້ລ້ວນແຕ່ບັນລຸເຖິງ 85%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version