Home ຂ່າວຕ່າງປະເທດ WHO ຢຸດຕິພາວະສຸກເສີນ ການລະບາດຂອງພະຍາດໝາກສຸກລີງ

WHO ຢຸດຕິພາວະສຸກເສີນ ການລະບາດຂອງພະຍາດໝາກສຸກລີງ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ມີຄຳສັ່ງຢຸດຕິພາວະສຸກເສີນດ້ານສາທາລະນະສຸກສາກົນກ່ຽວກັບການແຜ່ລະບາດຂອງພະຍາດໝາກສຸກລີງ ໂດຍທ່ານ ດຣ. ເທໂດສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ໄດ້ອອກຖະແຫຼງການປະກາດຢຸດຕິໃຊ້ຄຳສັ່ງ ພາວະສຸກເສີນດ້ານສາທາລະນະສຸກສາກົນກັບພະຍາດໝາກສຸກລີງ ຫຼັງຈາກມີມະຕິດັ່ງກ່າວເມື່ອທ້າຍເດືອນກໍລະກົດ 2022.

ທັງນີ້, ຕະຫຼອດໄລຍະເວລາການແຜ່ລະບາດຂອງພະຍາດໝາກສຸກລີງ WHO ຢືນຢັນຜູ້ປ່ວຍສະສົມທົ່ວໂລກຫຼາຍກວ່າ 87.000 ຄົນ ແລະ ເສຍຊີວິດສະສົມຢ່າງໜ້ອຍ 140 ຄົນໃນ 111 ປະເທດ ຊຶ່ງພົບຫຼາຍທີ່ສຸດໃນອາເມຣິກາ, ເບຣຊິນ, ແອັສປາຍ, ຝຣັ່ງ, ໂຄລົມບີ, ແມັກຊິກ, ເປຣູ ແລະ ອັງກິດ. ສຳລັບການປະກາດຢຸດຕິພາວະສຸກເສີນຂອງພະຍາດໝາກສຸກລີງໂດຍ WHO ເກີດຂຶ້ນປະມານ 1 ອາທິດ ຫຼັງຈາກການປະກາດຢຸດຕິໃຊ້ຄຳສັ່ງພາວະສຸກເສີນດ້ານສາທາລະນະສຸກສາກົນຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງປະກາດຢ່າງເປັນທາງການ ໃນວັນທີ 30 ມັງກອນ 2020.

ອີກຢ່າງໜຶ່ງ, ສະຖິຕິຜູ້ເສຍຊີວິດຢ່າງເປັນທາງການທົ່ວໂລກຈາກພະຍາດໂຄວິດ-19 ຕະຫຼອດໄລຍະເວລາການແຜ່ລະບາດຫຼາຍກວ່າ 3 ປີຜ່ານມາ ຢູ່ທີ່ເກືອບ 7 ລ້ານຄົນ ຕາມບົດລາຍງານທີ່ແຕ່ລະປະເທດລາຍງານມາຍັງ WHO ແຕ່ໃນຄວາມເປັນຈິງພະຍາດໂຄວິດ-19 ອາດຈະເປັນພະຍາດທີ່ເຮັດໃຫ້ ປະຊາກອນໂລກເສຍຊີວິດໄປແລ້ວຫຼາຍກວ່າ 20 ລ້ານຄົນ ຍິ່ງໄປກວ່ານັ້ນເຊື້ອພະຍາດຍັງຄົງຢູ່ ຍັງຄົງຂ້າຊີວິດຂອງຜູ້ຄົນ ແລະ ກາຍພັນຕະຫຼອດເວລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version