Home ຂ່າວຕ່າງປະເທດ ຈີ 7 ປຶກສາຫາລື​ແກ້​ໄຂບັນຫາ ຂະ​ແໜງການເງິນ

ຈີ 7 ປຶກສາຫາລື​ແກ້​ໄຂບັນຫາ ຂະ​ແໜງການເງິນ

0

ສຳນັກ​ຂ່າວ​ ກຽວ​ໂດ​ ຂອງ​ຍີ່ປຸ່ນ,ວັນ​ທີ11 ​ພືດ​ສະພາ​ນີ້, ລັດຖະມົນຕີ ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາ ຄານ​ກາງ​ ຂອງ 7ປະ​ເທດ​ ອຸດສາຫະກຳ​ ​ແຖວ​ໜ້າ(G7) ​ໄດ້​ຈັດ​ ກອງ​ປະຊຸມ ປືກສາ​ ຫາລື ​ແກ້​ໄຂ​ ບັນຫາ ຂະ​ແໜງ ການ​ເງິນ ​ທີ່​ເພີ່ມ​ ຄວາມ​ບໍ່​ແນ່​ນອນ​ ຂອງ​ເສດ​ຖະ​ກິດ​ໂລກ​ ທີ່​ໄດ້​ຮັບ​ ຜົນ​ກະ​ທົບ​ແລ້ວ​ ຈາກ​ສົງ​ຄາມ​ຢູ່​ ອູ​ແກຣນ ​ແລະ​ ເປັນ​ການ ກະກຽມ​ ໃຫ້​ແກ່​ ກອງ​ປະຊຸມ​ ສຸດ​ຍອດ ​ຈີ7 ທີ່​ເມືອງ​ ຮິ​ໂຣຊິ​ມາ ​ໃນ​ລະຫວ່າງ ວັນ​ທີ 19-21 ພືດ​ສະພາ​ນີ້.​ຈາກ​ນັ້ນ ທ່ານ ຊູ​ນິຈິ ຊຸ​ຊຸ​ກິ,ລັດຖະມົນຕີ ການ​ເງິນ​ຍີ່ປຸ່ນ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ ພາກ​ການ​ເງິນ ພວມ​ຜະ​ເຊີນ​ກັບ ສະພາບ ​ແວດ​ລ້ອມ ທີ່​ມີ​ການ​ປ່ຽນ​ແປງ ຫລາຍ​ຢ່າງ ຖື​ເປັນ ຄວາມ​ທ້າ​ທາຍ ຕໍ່​ກຸ່ມ​ຈີ 7​ແລະ ນອກ​ກຸ່ມ. ດັ່ງ ນັ້ນ ຈຶ່ງ​ຕ້ອງ​ຫາ​ທາງ​ ສ້າງ​ຄວາມ ​ເຂັ້ມ​ແຂງ ​ໃຫ້​ພາກ​ການ​ເງິນ ຜ່ານ​ການ​ເຈລະຈາ ຈີ7.ຂະນະ​ທີ່ ການເຮັດທຸລະກໍາ ອອນລາຍ ທີ່ກວ້າງຂວາງ ແລະ ການມີ ຮູບ​ແບບ ສື່​ສັງຄົມ​ອອນ​ລາຍ ຫລາຍ​ຂຶ້ນ ສ້າງຄວາມສະດວກ ໃນ ການເຜີຍແຜ່ ຂໍ້ມູນ ​ໃນທັນທີ ​ເຮັດ​ໃຫ້​ ໜ່ວຍ​ງານ ຄຸ້ມຄອງ ການເງິນ ຕ້ອງພິຈາລະນາຄືນ ມາດຕະການ ທີ່ມີຢູ່ແລ້ວ ເພື່ອຮັບມືກັບ ການປ່ຽນ ແປງ​ໃໝ່.ນອກ​ນີ້ ຍັງ​ໄດ້​ປຶກສາ​ ບັນຫາ​ອື່ນໆ​ ທີ່​ສຳຄັນ​ ໃນ​ພາກ​ພື້ນ. ນອກ ຈາກ​ນີ້ ຍັງ​ໄດ້​ເຊື້ອ​ເຊີນ​ ບັນດາ​ ປະ​ເທດ​ ນອກ​ກຸ່ມ​ຈີ7 ​ເຊັ່ນ: ບຣາຊິນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ​ສ.ເກົາຫລີ​, ສິງກະ​ໂປ ​ແລະ ​​ໂກ​ມໍຣົດ ປະ​ເທດ​ ​ໃນມະ ຫາ​ສະໝຸດ​ ອິນ​ເດຍ ທີ່​ເປັນ ​ປະທານ​ ຂອງ​ສະຫະພາບ​ ອາ​ຟຣິກາ ​ໃນ​ປະຈຸ​ບັນ ມາເຂົ້າຮ່ວມ ເພື່ອປຶກສາ ຫາລື ກ່ຽວກັບ ສິ່ງທ້າທາຍ ທົ່ວໂລກ ເຊັ່ນ: ວິກິດການ ໜີ້ສິນ ຂອງບັນດາ ປະເທດ ທີ່ມີລາຍໄດ້ຕໍ່າ ແລະ ປານກາງ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version