Home ຂ່າວພາຍໃນ ກອງປະຊຸມ ຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ກັບ 5 ຕົວເມືອງຂອງແຂວງ...

ກອງປະຊຸມ ຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ກັບ 5 ຕົວເມືອງຂອງແຂວງ ສະຫວັນນະເຂດ

0

ກອງປະຊຸມຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ໃຫ້ກັບ 5 ຕົວເມືອງຂອງແຂວງ ສະຫວັນນະເຂດ ແມ່ນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2023 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ຂົງເຂດພັກ-ພະນັກງານຂັ້ນແຂວງ, ເຂົ້າຮ່ວມມີທ່ານເຈົ້າເມືອງວິລະບູລີ, ມີຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ຫົວໜ້າ ຫ້ອງວ່າການເມືອງ, ຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ ທີ່ຮັບຜິດຊອບ ວຽກງານກໍ່ສ້າງຮາກຖານການເມືອງ ທັງ 5 ຕົວເມືອງຄື : ເມືອງ ວິລະບູລີ, ເມືອງເຊໂປນ, ເມືອງ ນອງ, ເມືອງພີນ ແລະ ເມືອງພະລານໄຊ ແລະ ຄະນະຮັບຜິດຊອບຝຶກອົບຮົມຂັ້ນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 2 ວັນຄື : ວັນທີ 9 ຫາ 10 ພຶດສະພາ 2023 ນີ້ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງແລະ ເຊື່ອມຊຶມເອກະສານທີ່ສໍາຄັນຈໍານວນ 10 ບົດ ທີ່ຕິດພັນກັບຊຸດຝຶກອົບຮົມໃນຄັ້ງນີ້ ; ຈາກນັ້ນ ແຕ່ລະພາກສ່ວນກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນຮ່ວມກັນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໃນໄລຍະຜ່ານມາ ໃນເຂດຄວາມຮັບຜິດຊອບຂອງຕົນ ເພື່ອຊອກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ແລະວິທີທາງແກ້ໄຂ ເພື່ອຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ວຽກງານມີຜົນສໍາເລັດທີ່ດີຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version