Home ຂ່າວກິລາ ເປຕັງທີມຊາດລາວ ເຂົ້າຮອບ 4 ທີມສຸດທ້າຍອີກ 2 ລາຍການ

ເປຕັງທີມຊາດລາວ ເຂົ້າຮອບ 4 ທີມສຸດທ້າຍອີກ 2 ລາຍການ

0

– ປະເພດທີມປະສົມ ຍິງ 2 ຊາຍ 1 ນັກກີລາລາວປະກອບມີ: ນ. ໂບວິລັກ ເທບພະກັນ (ກິບ), ນ. ມະນີວັນ ສຸລິຍາ (ຕູ່ແບ) ແລະ ທ. ຄຳຫຼ້າ ໝຽນມະນີ (ຫຼ້າ) ຮອບແບ່ງກຸ່ມ ຊະນະ 2 ເສຍ 1. ໂດຍເອົາຊະນະ ມາເລເຊຍ 10-5, ຊະນະ ຟີລິບປິນ 10-6, ແຕ່ເສຍໃຫ້ ຫວຽດນາມ 10-13. ສໍາລັບຮອບ 4 ທີມສຸດທ້າຍພົບກັບ ນັກກິລາຈາກໄທ.

– ປະເພດທີມປະສົມ ຍິງ 1 ຊາຍ 2 ນັກກີລາລາວປະກອບມີ: ນ. ນີ່ດາວັນ ດວງມະນີຈັນ (ນີ່), ທ. ວິລະສັກ ລາດຊະວົງ (ຕ້ອມ) ແລະ ທ. ສົມສະໄໝ ຊາມົນຕີ (ໄໝ) ຮອບແບ່ງກຸ່ມ ຊະນະທັງ 2 ນັດ, ໂດຍຊະນະ ໄທ 13-9 ແລະຊະນະ ຫວຽດນາມ 13-10. ສໍາລັບຮອບ 4 ທີມສຸດທ້າຍພົບກັບນັກກິລາຈາກມາເລເຊຍ.

ສໍາລັບຮອບ 4 ທີມສຸດທ້າຍ ທັງ 2 ລາຍການ ຈະແຂ່ງຂັນໃນວັນທີ 11 ພຶດສະພານີ້ ເວລາ 10:00 ເປັນຕົ້ນໄປ.

Photo: Lao Petanque FC

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version