Home ຂ່າວກິລາ ນັກກິລາອີສະປອດ ປະເພດທີມປະສົມຍິງ-ຊາຍ ຍາດໄດ້ ຫຼຽນທອງ

ນັກກິລາອີສະປອດ ປະເພດທີມປະສົມຍິງ-ຊາຍ ຍາດໄດ້ ຫຼຽນທອງ

0

ນັກກິລາ ທີມຊາດລາວ ກິລາອີສະປອດ ປະເພດທີມປະສົມຍິງ-ຊາຍ ລາຍການ Crossfire ປະເພດ FPS PC ໄດ້ ຫຼຽນທອງມາຄອງ ໃນຊີເກມ ຄັ້ງທີ 32 ທີ່ກຳປູເຈຍ. ຜົນງານທີມຊາດລາວ ໃນຮອບແບ່ງກຸ່ມ ຊະນະ 1 ເສຍ 1 ໂດຍສະເພາະ ຊະນະເຈົ້າພາບ, ເຂົ້າມາຮອບຮອງຊະນະເລີດ ເສຍໃຫ້ ອິນໂດເນເຊຍ 0-2 ໄດ້ຫຼຽນທອງຮ່ວມກັບ ຟີລິບປິນ, ຫຼຽນຄຳ ເປັນຂອງ ຫວຽດນາມ ຊະນະ ອິນໂດເນເຊຍ 3-0, ສ່ວນ ອິນໂດເນເຊຍ ໄດ້ຫຼຽນເງິນ. ອີສະປອດລາວ ຍັງມີການແຂ່ງຂັນອີກ 4 ລາຍການ ໃນຊີເກມຄັ້ງນີ້.

ຂ່າວ: ກິລາ Lao National

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version