Home ຂ່າວໜ້າໜຶ່ງ ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XVIII

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XVIII

0

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XVIII ໄດ້ຈັດຂຶ້ນ ໃນ​ລະ​ຫວ່າງວັນ​ທີ 8-11 ພຶດ​ສະ​ພາ 2023 ທີ່ ແຂວງຫຼວງພະບາງ ສປປ ລາວ, ຫົວໜ້າຄະນະຜູ້ແທນຊາຍແດນຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນຝ່າຍຈີນ ນໍາໂດຍ ສະຫາຍ ຊູ່ນ ລູຊານ ທີ່ປຶກສາກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ສັນຍາວ່າດ້ວຍການຄຸ້ມຄອງດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ XVII ຂອງຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ທີ່ຈັດຂຶ້ນໃນວັນທີ 20 ມັງກອນ 2020. ຊຶ່ງໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຄະນະກຳມະການຊາຍແດນຮ່ວມສອງຝ່າຍບໍ່ສາມາດຈັດກອງປະຊຸມປະຈໍາປີໄດ້ ແຕ່ສອງຝ່າຍກໍໄດ້ມີການຈັດກອງປະຊຸມທາງໄກ 2 ຄັ້ງເພື່ອປຶກສາຫາລືຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ມີການຍົກລະດັບການພົວພັນກັນຢ່າງສະໜິດແໜ້ນບົນພື້ນຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ຕໍ່ກັນຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວ. ມີການແລກປ່ຽນບົດຮຽນຂໍ້ມູນຂ່າວສານຮ່ວມກັນໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນໄດ້ຢ່າງວ່ອງໄວສົມເຫດສົມຜົນ ແລະ ທັນກັບສະພາບການ.

ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນໃນຫຼາຍບັນຫາເຊັ່ນ: ການເພີ່ມທະວີການຮ່ວມມືໃນຂົງເຂດວຽກງານຊາຍແດນໂດຍສະເພາະແມ່ນການຟຶ້ນຟູການຮ່ວມມືຂອງເຈົ້າໜ້າທີ່ຄຸ້ມຄອງຊາຍແດນຂອງສອງຝ່າຍພົວພັນກັນເປັນປົກກະຕິ, ການສ້າງຕັ້ງສາຍດ່ວນ ເພື່ອແລກປ່ຽນຂໍ້ມູນຂ່າວສານໃຫ້ເຈົ້າໜ້າທີ່ສະດວກໃນການປະສານງານ ແລະ ການນໍາໃຊ້ກົນໄກລາດຕະເວນກວດກາຕາມບໍລິເວນຊາຍແດນຮ່ວມ. ສອງຝ່າຍເຫັນດີຮ່ວມກັນລົງສຳຫຼວດກວດກາຫຼັກໝາຍຊາຍແດນ, ກວດກາການລ້ອມຮົ້ວລຽບຕາມເສັ້ນຊາຍແດນ, ຊຸກຍູ້ເພີ່ມທະວີການປະສານສົມທົບກັນລະຫວ່າງເຈົ້າໜ້າທີ່ຄຸ້ມຄອງກົດໝາຍຂອງທັງສອງຝ່າຍຫຼາຍຂຶ້ນ ເພື່ອສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ການຂ້າມແດນຜິດກົດໝາຍ, ການຕັດ​ໄມ້ທໍາລາຍປ່າ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຜ່ານດ່ານຂອງຄົນ ແລະ ລົດຂົນສົ່ງສິນຄ້າໃຫ້ມີຄວາມວ່ອງໄວຂຶ້ນກວ່າເກົ່າ ແລະ ເພີ່ມທະວີວຽກງານການລົງໂຄສະນາເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບຊາຍແດນເປັນຕົ້ນ: ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ, ກົດໝາຍຊາຍແດນ ໃຫ້ປະຊາຊົນຂອງທັງສອງຟາກຊາຍແດນໃຫ້ມີຄວາມຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງຕໍ່ລະບຽບການຄຸ້ມຄອງຊາຍແດນ.

ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ກົງໄປກົງມາ, ສະແດງອອກໃຫ້ເຫັນມູນເຊື້ອທີ່ດີງາມຕໍ່ກັນບົນພື້ນຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ສອງຝ່າຍເຫັນດີໃຫ້ມີການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານຊາຍແດນຮ່ວມກັນຢ່າງໃກ້ຊິດ, ວ່ອງໄວ ແລະ ຕໍ່ເນື່ອງທັນກັບສະພາບການ ເພື່ອເຮັດໃຫ້ການເຮັດວຽກຮ່ວມກັນໄດ້ຮັບປະສິດທິຜົນກວ່າເກົ່າ ພ້ອມທັງເປັນການຮ່ວມກັນສ້າງຊາຍແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃຫ້ມີຄວາມຍືນຍົງຕະຫຼອດໄປ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version