Home ສຶກສາ ກົມຄຸ້ມຄອງວິທະຍາສາດ ສສກ ສຳມະນາການຈັດຕັ້ງປະຕິບັດອານຸສັນຍານາໂກຢາ

ກົມຄຸ້ມຄອງວິທະຍາສາດ ສສກ ສຳມະນາການຈັດຕັ້ງປະຕິບັດອານຸສັນຍານາໂກຢາ

0

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນຄົ້ນຄວ້າເພື່ອການພັດທະນາ ປະເທດຝຣັ່ງ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຈັດຕັ້ງປະຕິບັດອານຸສັນຍານາໂກຢາ ວ່າດ້ວຍການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຈາກການນໍາໃຊ້ ຊັບພະຍາກອນພັນທຸກຳແບບສະເໝີພາບ ແລະ ເປັນທຳ ເມື່ອວັນ 4 ພຶດສະພາ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າສະຖາບັນຄົ້ນຄວ້າເພື່ອການພັດທະນາຂອງປະເທດຝຣັ່ງ ພ້ອມດ້ວຍບັນດາຕາງໜ້າຈາກກະຊວງຕ່າງໆ, ອົງການຈັດຕັ້ງສາກົນພາຍໃນ ສປປ ລາວ, ສະມາຄົມຊີວະນານາພັນ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງພາຍໃນປະເທດເຂົ້າຮ່ວມ 80 ກວ່າທ່ານ.

ໃນກອງປະຊຸມ, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວວ່າ: ຄວາມສຳຄັນ ແລະ ຜົນປະໂຫຍດໃນນາມທີ່ ສປປ ລາວ ມີຄວາມຫຼາກຫຼາຍດ້ານຊັບພະຍາກອນພັນທຸກຳ ເຊັ່ນ: ພືດ, ສັດ ແລະ ຈຸລິນຊີ ໃນ ການຈັດຕັ້ງປະຕິບັດພັນທະອະນຸສັນຍານາໂກຢາ ວ່າດ້ວຍການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດ ຈາກການນໍາໃຊ້ຊັບພະຍາກອນພັນທຸກຳແບບສະເໝີພາບ ແລະ ເປັນທຳ ທີ່ ສປປ ລາວ ເປັນພາຄີ ໃນເດືອນກັນຍາ 2012, ບັນດາບົດຮຽນການຈັດຕັ້ງປະຕິບັດໃນໄລຍະຜ່ານມາຂອງໜ່ວຍງານຮັບຜິດຊອບ ແລະ ຂະແໜງການໃນການນຳໃຊ້ຊັບພະຍາກອນພັນທຸກຳເຂົ້າໃນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເປັນສິນຄ້າ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອຖອດຖອນເປັນບົດຮຽນໃນການຈັດຕັ້ງປະຕິບັດ ແລະ ສ້າງກົນໄກການຄຸ້ມຄອງໃນຕໍ່ໜ້າ ໂດຍສະເພາະແມ່ນ ການສ້າງລະບຽບການສະເພາະ, ບົດແນະນຳ, ຄູມື ແລະ ການໂຄສະນາເຜີຍແຜ່ຕ່າງໆຂອງວຽກງານດັ່ງກ່າວ.

ການຈັດກອງປະຊຸມສໍາມະນາໃນຄັ້ງນີ້, ແມ່ນເພື່ອເປັນການສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ແກ່ຂະແໜງການພາຍໃນ ແລະ ສາກົນ ແລະ ເປັນການສ້າງໂອກາດໃນການພົບປະແລກປ່ຽນບົດຮຽນ, ປະສົບການ ແລະ ປຶກສາຫາລືທິດທາງການຄຸ້ມຄອງວຽກງານດັ່ງກ່າວກັບບັນດາພາກສ່ວນທີ່ກ່ຽວຂ້ອງ ແນໃສ່ ເພີ່ມທະວີຄວາມເຂົ້າໃຈ ແລະ ເສີມຂະຫຍາຍການຈັດຕັ້ງປະຕິບັດວຽກງານການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຈາກການນໍາໃຊ້ຊັບພະຍາກອນພັນທຸກຳແບບສະເໝີພາບ ແລະ ເປັນທຳໃຫ້ມີກົນໄກການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງທີ່ເປັນລະບົບ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທັງພາຍໃນ ແລະ ສາກົນ ເວົ້າລວມແລ້ວແມ່ນການຈັດຕັ້ງປະຕິບັດອະນຸສັນຍານາໂກຢາ ພາຍໃຕ້ສົນທິສັນຍາ ວ່າດ້ວຍຄວາມຫຼາກຫຼາຍຊີວະນາໆພັນ.

ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຂຶ້ນສະເໜີບົດສະພາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານອະນຸສັນຍານາໂກຢາ, ສະເໜີຕົວຢ່າງທີ່ເປັນກໍລະນີສຶກສາກ່ຽວກັບໂຄງການຮ່ວມມືກັບສາກົນໃນການນຳໃຊ້ຊັບພະຍາກອນພັນທຸກຳ ເພື່ອການຄົ້ນຄວ້າດ້ານວິທະຍາສາດ ແລະ ພັດທະນາເປັນສິນຄ້າ. ນອກຈາກນີ້, ກອງປະຊຸມຍັງເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມສະເໜີຄຳຄິດເຫັນ ແລະ ມີຄຳຖາມແລກປ່ຽນ ເພື່ອເສີມສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວອີກດ້ວຍ.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version