Home ທ່ອງທ່ຽວ ແຂວງໄຊສົມບູນ

ແຂວງໄຊສົມບູນ

0

“ຄົ້ນຫາປະຫວັດສາດເມືອງລ້ອງແຈ້ງ ແຍງຊົມທໍາມະຊາດສັນພູໝອກ ຊອກຫາວິລະກຳຖໍ້າເຈົ້າອານຸວົງ ລົງລ່ອງເຮືອຊົມທີວທັດທີ່ທາໂທມ ກິນເຂົ້າປ່າສາມັກຄີທີ່ຕາດຜາແຊບລ້ອງຊານ ຊົມຕໍານານນໍ້າຕົກຕາດ ຜາແຈແລເມືອງຮົ່ມ” ແຂວງໄຊສົມບູນເປັນແຂວງທີ 18 ສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 2013 ຕັ້ງຢູ່ໃຈກາງຂອງປະເທດລາວ. ທິດເໜືອ ແລະ ທິດຕາເວັນອອກຕິດກັບແຂວງຊຽງຂວາງ, ທິດໃຕ້ຕິດກັບແຂວງ ບໍລິຄໍາໄຊ ແລະ ທິດຕາເວັນຕົກຕິດກັບແຂວງວຽງຈັນ, ປະກອບດ້ວຍ 5 ເມືອງຄື: ເມືອງອານຸວົງ, ເມືອງລ້ອງແຈ້ງ, ເມືອງລ້ອງຊານ, ເມືອງຮົ່ມ ແລະ ເມືອງທ່າໂທມ ມີປະຊາກອນທັງໝົດປະມານ 80.000 ກວ່າ ຄົນ ຊຶ່ງສ່ວນໃຫຍ່ແມ່ນຊົນເຜົ່າມົ້ງ, ຈຸດພິເສດເປັນແຂວງທີ່ບໍ່ມີຊາຍແດນຕິດຈອດກັບບັນດາປະເທດອ້ອມຂ້າງ, ມີອາກາດສົດຊື່ນ, ອຸນຫະພູມສະເລ່ຍ 20 ອົງສາ ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍສູງຊັນມີຊັບພະຍາກອນທໍາມະຊາດອຸດົມສົມບູນ, ມີວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊົນເຜົ່າປະຊາຊົນມີຄວາມດຸໝັ່ນຫ້າວຫັນ, ມີຄວາມສາມັກຄີ, ມີນໍ້າໃຈເອື້ອອາລີ ໄມຕີຈິດ ແລະ ຍິນດີຕ້ອນຮັບແຂກຜູ້ມາຢ້ຽມຢາມດ້ວຍຄວາມອົບອຸ່ນ ແລະ ຈິງໃຈ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version